ໂທລະສັບ 021 316253

ະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ລົງຕິດຕາມການກໍ່ສ້າງສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ ແຂວງຈຳປາສັກ.

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດໄປເຄື່ອນໄຫວວຽກງານທີ່ແຂວງ ຈໍາປາສັກ, ວັນທີ 23 ເມສາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ລົງຕິດຕາມການກໍ່ສ້າງສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ ແຂວງຈຳປາສັກ. ຕ້ອນຮັບຄະນະໂດຍ ທ່ານນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງແຂວງຈໍາປາສັກ ພ້ອມຄະນະ.