ໂທລະສັບ 021 316253

ຫ້ອງຂາຍຜະລິດຕະພັນກະສິກໍາ-ຫັດຖະກໍາແມ່ຍິງແຂວງໄຊສົມບູນ

May 30, 2022 | ກິດຈະກຳ, ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຫ້ອງຂາຍຜະລິດຕະພັນກະສິກໍາ-ຫັດຖະກໍາແມ່ຍິງແຂວງໄຊສົມບູນ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ເປີດຂາຍຢ່າງເປັນທາງການໃນເດືອນ ມີນາ 2022

 

ເປັນສະຖານທີ່ໜຶ່ງທີ່ລວບລວມຜະລິດຕະພັນກະສິກໍາ-ຫັດຖະກໍາ, ເຄື່ອງຫຍິບປັກຖັກແສ່ວ, ເຄື່ອງທີ່ລະນຶກ ແລະ ຂອງຝາກ-ຂອງຕ້ອນຈາກເອື້ອຍນ້ອງແມ່ຍິງບັນດາເມືອງ ຂອງແຂວງໄຊສົມບູນ

 

 

ຊຶ່ງປະກອບມີ: ຊຸດເຜົ່າມົ້ງ ຍິງ ແລະ ຊາຍ, ເສື້ອ, ໂສ້ງ, ສິ້ນ, ໝວກ, ກະເປົາ ຊຶ່ງເປັນຜະລິດຕະພັນຂອງ ແມ່ຍິງເມືອງອະນຸວົງ; ຕິບເຂົ້າ, ຟອຍກວາດເຮືອນ, ຕັ່ງຫວາຍ ຜະລິດຕະພັນຫັດຖະກໍາຈາກ ສຍ ເມືອງທ່າໂທມ ແລະ ຜະລິດຕະພັນແປຮູບທໍາມະຊາດ

 

 

ຈາກ ສຍ ເມືອງຮົ່ມ (ສະບູ, ຊາຂີງດໍາ, ນໍ້າສະໝຸນໄພຈາກຫົວສີໃຄ ແລະ ອື່ນໆ)”. ເພື່ອໃຫ້ແຂກຄົນ ທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາຢ້ຽມຢາມແຂວງໄຊສົມບູນໄດ້ສໍາຜັດ ແລະ ຊື້ເປັນຂອງຕ້ອນກັບບ້ານກັບເຮືອນດ້ວຍຄວາມສຸກໃຈ.

 

 

ສະນັ້ນ ທ່ານໃດທີ່ເດີນທາງໄປຢ້ຽມຢາມ, ທ່ອງທ່ຽວ ຫຼື ໄປເຮັດວຽກຢູ່ແຂວງໄຊສົມ ບູນກໍຢ່າລືມໄປແວ່ອຸດໜູນຊ່ວຍ ເພື່ອພ້ອມກັນປະກອບສ່ວນສົ່ງເສີມຜະລິດຕະພັນຂອງແມ່ຍິງ ບັນດາເຜົ່າໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.