ຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມຈຳລອງການຈັດຕັ້ງປະຕິບັດຮ່າງມາດຕະຖານດຳເນີນງານການຊ່ວຍເຫຼືອດ້ານຂະບວນຍຸດຕິທຳສຳລັບແມ່ຍິງ ແລະ ເດັກ ທີ່ຖືກຄວາມຮຸນແຮງ ຢູ່ ສປປ ລາວ

Mar 30, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 28 ມີນາ 2023 ຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມຈຳລອງການຈັດຕັ້ງປະຕິບັດຮ່າງມາດຕະຖານດຳເນີນງານການຊ່ວຍເຫຼືອດ້ານຂະບວນຍຸດຕິທຳສຳລັບແມ່ຍິງ ແລະ ເດັກ ທີ່ຖືກຄວາມຮຸນແຮງ ຢູ່ ສປປ ລາວ; ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ນ. ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທ່ານ ນ. ສົມມະນີ ສີຫາເທບ ຮັກສາການພະແນກການປົກຄອງອົງການ UNDP ປະຈຳ ສປປ ລາວ; ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ການຈັດກອງປະຊຸມຄັ້ງນີ້ ເພື່ອ​ທົດ​ລອງ​ການ​ນຳ​ໃຊ້​ຮ່າງ​ມາດ​ຕະ​ຖານ​ດຳ​ເນີນ​ງານ​ການ​ຊ່ວຍ​ເຫຼືອ​ດ້ານ​ຂະ​ບວນ​ຍຸຕິ​ທຳ​ສຳ​ລັບ​ແມ່​ຍິງ ແລະ ເດັກ ທີ່​ຖືກ​ຄວາມ​ຮຸນ​ແຮງ ໃນ ສ​ປ​ປ ລາວ ເພ​ື່ອ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ ແລະ ສາ​ມາດ​ນຳ​ໃຊ້​ໄດ້ ໂດຍ​ຜ່ານ​ວິ​ທີ​ຈຳ​ລອງ​ບົດ​ບາດ, ຈຳ​ລອງ​ເຫດ​ການ ແລະ ໃຊ້​ກໍ​ລະ​ນີ​ສຶກ​ສາ ພ້ອມ​ທັງ​ເກັບ​ຄຳ​ຄິດ​​ຄຳ​ເຫັນ​ລະ​ຫວ່າງ​ການ​ຈຳ​ລອງ​ເຫດ​ການ ກ່ຽວ​ກັບ​ການ​ນຳ​ໃຊ້​ຮ່າງ​ມາດ​ຕະ​ຖານ​ດັ່ງ​ກ່າວ. ພ້ອມນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລືແຕ່ລະເນື້ອໃນຂອງຮ່າງມາດ​ຕະ​ຖານດຳເນີນງານ​ການ​ຊ່ວຍ​ເຫຼືອຢ່າງກົງໄປກົງມາ, ພ້ອມທັງຈັດກິດຈະກຳເພື່ອສະແດງຄວາມຄິດເຫັນຂອງແຕ່ລະກຸ່ມ ແລະ ວາງແຜນງານໃນການເປີດແຜນດຳເນີນງານ ແລະ ການນຳໃຊ້ SOP ໃນຕໍ່ໜ້ານຳຕື່ມອີກ.