ໂທລະສັບ 021 316253

ທ່ານນາງ​ ອິນລາວັນ​ ແກ້ວບຸນພັນ​ ປະທານຄະນະບໍລິຫານງານ​ ສສຍລ​ ໄດ້ໄປໂມທະນາບຸນ ໃນງານສົມໂພດຫໍຫຼັກເມືອງ

May 31, 2022 | ຂ່າວສານ ແລະ ກິດຈະກຳ, ແຂວງຈໍາປາສັກ

ໃນຕອນແລງວັນທີ 30 ພຶດສະພາ 2022, ຫຼັງຈາກສຳເລັດກອງປະຊຸມແລ້ວ ທ່ານນາງ​ ອິນລາວັນ​ ແກ້ວບຸນພັນ​ ປະທານຄະນະບໍລິຫານງານ​ ສສຍລ​ ພ້ອມດ້ວຍຄະນະ​ ໄດ້ໄປໂມທະນາບຸນ ແລະ ຕົ້ນເງິນໃນງານສົມໂພດຫໍຫຼັກເມືອງ ສະເຫຼີມສະຫຼອງການສ້າງຕັ້ງນະຄອນປາກເຊ ແລະ ງານເຖຣາພິເສກ ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນ ແຂວງຈຳປາສັກ ທີ່ວັດໂພທິຣະນະສາສະດາຣາມ(ວັດຫຼວງປາກເຊ).