ໂທລະສັບ 021 316253

ຫຼັງຈາກທີ່ຢ້ຽມຊົມກິດຈະກຳການຫ່ອນຄຳແລ້ວ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ

Jun 29, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ກໍໄດ້ໄປທ່ຽວຊົມສວນຫໍຫຼັກເມືອງຂອງແຂວງ ແລະ ສວນອະນຸສາວະລີທ່ານອົງແກ້ວ ຊຶ່ງເປັນສະຖານທີ່ທີ່ສ້າງຂຶ້ນ ເພື່ອຈາລຶກຄຸນງາມ ຄວາມດີ ແລະ ວິລະກໍາທີ່ອົງອາດກ້າຫານຂອງບັນພະລຸດແຫ່ງຊາດລາວ ກໍຄືຂອງແຂວງເຊກອງ. ພ້ອມທັງຢ້ຽມຢາມສູນຝຶກວິຊາຊີບແມ່ຍິງບັນດາເຜົ່າ ຂອງສະຫະພັນແມ່ຍິງແຂວງເຊກອງ ຊຶ່ງເປັນບ່ອນໃຫ້ທັກສະ ຄວາມຮູ້ດ້ານວິຊາຊີບການປຸງແຕ່ງ, ເສີມສວຍ ແລະ ຕັດຫຍິບໃຫ້ແມ່ຍິງພາຍໃນແຂວງ ເພື່ອສ້າງລາຍຮັບມາສູ່ຄອບຄົວ, ປັດຈຸບັນສູນດັ່ງກ່າວກຳລັງຢູ່ໃນໄລຍະການປັບປຸງ ແລະ ຈະກັບຄືນມາເປີດຊຸດຝຶກອົບຮົມວິຊາຊີບໃນໄວໄວນີ້.