ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ

May 3, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ສູນກາງ, ນະຄອນຫຼວງວຽງຈັນ, ແມ່ຍິງ 5 ທະວີບ

ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບໍລິສັດຮຸ່ງອາລຸນ ຂົນສົ່ງດ່ວນ ທີ່ໄດ້ປະກອບສ່ວນໃນການຍົກເວັ້ນຄ່າບໍລິການຂົນສົ່ງ ຜ້າອັດປາກ ຈຳນວນ 2,600 ກັບ, ຜ້າອະນາໄມ 2,600 ຫໍ່ ແລະ ສະບູ 2,600 ກ້ອນ ເພື່ອນຳໃຊ້ເຂົ້າກິດຈະກຳໂຄສະນາປູກຈິດສຳນຶກກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ກໍຄືການບໍລິການໃຫ້ຄຳປຶກສາແບບເຄື່ອນທີ່ຢູ່ຊຸມຊົນ ໃນ 03 ແຂວງເປົ້າໝາຍຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງອັດຕະປື ຊຶ່ງອຸປະກອນດັ່ງກ່າວ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ຮັບການສະໜັບສະໜູນໂດຍອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).