ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ຈັດພິທີເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ່​ 24 ພຶດສະພາ​ 2023​ ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມຂ່າວສານແມ່ຍິງລາວ, ໜ່ວຍພັກສູນອົບຮົມແມ່ຍິງລາວ ແລະ ໜ່ວຍພັກກົມໂຄສະນາ-ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ ຈັດພິທີເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ. ໃຫ້ກຽດ​ເຂົ້າຮ່ວມ​ ແລະ​ ເປັນປະທານໂດຍ ສະຫາຍ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກແຕ່ລະຮາກຖານຂອງສູນກາງສະຫະພັນແມ່ຍິງລາວ ແລະ​ ສະມາຊິກພັກ ເຂົ້າຮ່ວມ.​
ໃນພິທ​ີ​ ສະຫາຍ ນ.​ ເ​ຫຼັກ​ ແສນຄຳວົງສາ ຄະນະປະຈໍາພັກ,​ ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ​ ໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ່ 54 /ຄພ ສສຍລ ລົງວັນທີ 2/5/2022 ວ່າດ້ວຍການອະນຸມັດ ສະມາຊິກພັກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ​ ຈຳນວນ 08 ສະຫາຍ (ໜ່ວຍພັກກົມຈັດຕັ້ງ-ພະນັກງານ 03 ສະຫາຍ, ຊາຍ 01 ສະຫາຍ; ໜ່ວຍພັກກົມຂ່າວສານແມ່ຍິງລາວ 02 ສະຫາຍ ແລະ ໜ່ວຍພັກສູນອົບຮົມແມ່ຍິງລາວ 03 ສະຫາຍ) ແລະ ຜ່ານມະຕິຕົກລົງຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ່ 55 /ຄພ ສສຍລ ລົງວັນທີ 2/5/2022 ວ່າດ້ວຍການອະນຸມັດ ຮັບເອົາມະຫະຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ (ໜ່ວຍພັກກົມໂຄສະນາ-ວັດທະນະທໍາ).
ໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ນ.​ ອິນລາວັນ​ ແກ້ວບຸນພັນ​ ໄດ້ໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ຕີລາສູງຕໍ່ບັນດາໜ່ວຍພັກຮາກຖານແຕ່ລະໜ່ວຍ ໃນການຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ ແລະ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກເປັນປະຈຳ; ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກສົມບູນ ແລະ ສະມາຊິກພັກໃໝ່ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນສະມາຊິກພັກທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນໍາໜ້າໃນທຸກວຽກງານ ເພື່ອເປັນກຳລັງແຮງທີ່ສໍາຄັນຂອງໜ່ວຍພັກ ກໍຄືອົງຄະນະພັກຕໍ່ໄປ.