ສູນກາງສະຫະພັນແມ່ຍິງລາວໄດ້ຈັດກອງປະຊຸມ ປຶກສາຫາລືການກະກຽມປັບປຸງກົດໝາຍ ແລະ ວຽກງານພັດທະນາ ຂອງ ສສຍລ

Feb 23, 2023 | ຂ່າວສານ

ວັນທີ 15 ກຸມພາ 2023, ສູນກາງສະຫະພັນແມ່ຍິງລາວໄດ້ຈັດກອງປະຊຸມ ປຶກສາຫາລືການກະກຽມປັບປຸງກົດໝາຍ ແລະ ວຽກງານພັດທະນາ ຂອງ ສສຍລ ໂດຍການເປັນປະທານຂອງ ທ່ານນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ, ມີຮອງປະທານ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການຄະນະກໍາມາທິການແຫ່ງຊາດເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ຄະນະພະແນກຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກ ທີ່ຂຶ້ນກັບກົງຈັກຊ່ວຍວຽກ ສສຍລ ເຂົ້າຮ່ວມ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນ: ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ (ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ); ການປັບປຸງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ; ວຽກງານສົ່ງເສີມແມ່ຍິງເຂົ້າເຖິງຂໍ້ມູນຂ່າວສານການ; ວຽກງານໂຄສະນາ-ວັດທະນະທໍາ; ການກະກຽມປັບປຸງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; ການຈັດຕັ້ງປະຕິບັດວຽກການສ້າງບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ແລະ ການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ.