ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການ UNFPA ໄດ້ຈັດຊຸດຝຶກອົບຮົມວຽກງານສື່ມວນຊົນກ່ຽວກັບການລາຍງານຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

Jun 20, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ວັນທີ 20 ມິຖຸນາ 2022 ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການ UNFPA ໄດ້ຈັດຊຸດຝຶກອົບຮົມວຽກງານສື່ມວນຊົນກ່ຽວກັບການລາຍງານຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍການເປັນປະທານຮ່ວມຂອງທ່ານ ນ. ສິລິກິດ ບຸບຜາ ຮອງປະທານ ສສຍລ ແລະ ທ່ານ ປອ ເຕັດຈ໌ ຣາມ ຈັດຊ໌ ຊ່ຽວຊານແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ ( ຜູ້ຕາງໜ້າຊົ່ວຄາວຂອງອົງການ UNFPA ),​ ມີສື່ມວນຊົນຈາກບັນດາກະຊວງ-ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທັງໝົດ 47 ຄົນ,​ຍິງ​ 35ຄົນ.
ກອງປະຊຸມຄັ້ງນີ້ເພື່ອສ້າງຄວາມສາມາດໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມໝັ້ນໃຈ ແລະ ມີຄວາມສາມາດໃນການລາຍງານຂ່າວ,ຈັນຍາບັນຂອງການລາຍງານຂ່າວກ່ຽວກັບຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດ, ປູກຈິດສໍານຶກໃນຊຸມຊົນກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ ວິທີການປ້ອງກັນ ແລະ ການຕອບສະໜອງ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ. ຊຸດຝຶກອົບຮົມຈັດຂຶ້ນຢູ່ທີ່ໂຮງແຮມແລນມາກ.