ສະຫະພັນແມ່ຍິງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ

Mar 23, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 16 ມີນາ 2023 ສະຫະພັນແມ່ຍິງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ (ວັນທີ 8 ມີນາ 1910 – ວັນທີ 8 ມີນາ 2023) ແລະ ສຳມະນາ ພາຍໃຕ້ຫົວຂໍ້: ແມ່ຍິງຍຸກໃໝ່ ກ້າເວົ້າ ກ້າເຮັດ ກ້າສະແດງອອກ ແລະ ກ້າຮັບຜິດຊອບ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ສົມໝາຍ ພົມມຸນິວົງ ປະທານ ສຍ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ແຟຣັງ ຕີບິຖານ ຫົວໜ້າໂຄງການ ຄອມ ພລີດ, ມີຄະນະກົມ ແລະ ສະມາຊິກ ສຍ ເຂົ້າຮ່ວມຈຳນວນ 200 ຄົນ.
ໃນພິທີປະທານ ສຍ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການທວງຄືນສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງໃນທົ່ວໂລກ.