ໂທລະສັບ 021 316253

ສະຫະພັນແມ່ຍິງແຂວງສາລະວັນ ຮ່ວມກັບແນວລາວສ້າງຊາດແຂວງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ແລະ ວຽກງານອົງການຈັດຕັ້ງມະຫາຊົນ

Jun 21, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2022 ສະຫະພັນແມ່ຍິງແຂວງສາລະວັນ ຮ່ວມກັບແນວລາວສ້າງຊາດແຂວງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ທີ່ເມືອງວາປີ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຕາ ໂຮ່ຊົງເລືອງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ນາງ ວາດສະໜາ ໂພໄຊຍະວົງ ປະທານຄະນະບໍລິຫານງານ ສຍຂ ພ້ອມດ້ວຍແນວລາວສ້າງຊາດ, ຊາວໜຸ່ມ, ສະຫະພັນກໍາມະບານ, ສະຫະພັນນັກຮົບເກົ່າ ຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ແລະ 2 ວາລະແຫ່ງຊາດຂອງແນວລາວສ້າງຊາດແຂວງ, ເອກະສານວຽກງານສະຫະພັນແມ່ຍິງ,
ສະຫະພັນກຳມະບານ, ສະຫະພັນນັກຮົບເກົ່າ, ຊາວໜຸ່ມແຂວງ ພ້ອມນັ້ນ ກໍ່ໄດ້ຮັບຟັງໂອ້ລົມຂອງທ່ານປະທານກອງປະຊຸມ ເຊິ່ງໄດ້ເນັ້ນໜັກດັ່ງນີ້:
– ໃຫ້ເອົາໃຈໃສ່ໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ;
– ເອົາໃຈໃສ່ກ່ຽວກັບການສ້າງຄວາມເຂັ້ມແຂງໃນວຽກງານແນວລາວສ້າງຊາດ;
– ເຕົ້າໂຮມ, ຂະຫຍາຍສະມາຊິກສະຫະພັນນັກຮົບເກົ່າ, ເກັບກໍາຂໍ້ມູນຜູ້ທີ່ເສຍສະຫຼະຊີວິດ ແລະ ໄດ້ຮັບບາດເຈັບເພື່ອຊາດໃນເວລາສົງຄາມ, ຄົ້ນຄວ້ານະໂຍບາຍໃຫ້ແກ່ຜູ້ທີ່ມີຜົນງານແທ້;
– ຈັດຕັ້ງປະຕິບັດວຽກງານ 3 ດີ ໃຫ້ໄດ້ຮັບນາມມະຍົດຢ່າງຕໍ່ເນື່ອງ, ປຸກລະດົມເອື້ອຍນ້ອງແມ່ຍິງໃຫ້ໄດ້ເຂົ້າເປັນສະມາຊິກສະຫະພັນແມ່ຍິງ ແລະ ພ້ອມກັນແກ້ໄຂຄວາມທຸກຍາກຂອງແມ່ຍິງ ;
– ຊ່ວຍຊຸກຍູ້ໃນການສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ, ສ້າງຄວາມເຂັ້ມແຂງໃນການສຶກສາອົບຮົມໄວໜຸ່ມກ່ຽວກັບບັນຫາຢາເສບຕິດ.
(ຂ່າວ ແລະ ຮູບພາບຈາກ: ສຍ ແຂວງສາລະວັນ)