ສະຫະພັນແມ່ຍິງຮາກຖານ ສະຫະພັນແມ່ຍິງແຂວງອຸດົມໄຊ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022

Sep 30, 2022 | ຂ່າວສານ ແລະ ກິດຈະກຳ

ພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022 ສະຫະພັນແມ່ຍິງຮາກຖານ ສະຫະພັນແມ່ຍິງແຂວງອຸດົມໄຊ ຈັດຂຶ້ນໃນ ວັນທີ 29 ກັນຍາ 2022 ທີ່ຫ້ອງປະຊຸມ 3 ອົງການຈັດຕັ້ງມະຫາຊົນ ໂດຍການເປັນປະທານຂອງ ທ່ານ ນາງ ອໍາພອນ ອິນຕະລາ ປະທານສະຫະພັນແມ່ຍິງຮາກຖານ, ເປັນກຽດເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ນາງ ບົວທອງ ວັນນະລາດ ຄະ ນະໜ່ວຍພັກ, ຮອງປະທານສະຫະພັນແມ່ຍິງແຂວງ, ມີແຂກເຊີນຈາກສະຫະພັນແມ່ຍິງຮາກຖານ, ໜ່ວຍອ້ອມຂ້າງ ຕະຫລອດຮອດສະມາຊິກສະຫະພັນແມ່ຍິງໜ່ວຍ ເຂົ້າຮ່ວມທັງໝົດ 17 ທ່ານ, ຊາຍ 2 ທ່ານ.
ໃນພິທີ ທ່ານ ນ.ອໍາພອນ ອິນຕະລາ ປະທານສະຫະພັນແມ່ຍິງຮາກຖານ ໄດ້ຜ່ານບົດສະຫຼຸບການເຄື່ອນ ໄຫວໃນໄລຍະ 1 ປີ ຜ່ານມາ ທີ່ໄດ້ຈັດຕັ້ງປະຕິບັດວຽກງານ 3 ດີ ເຊິ່ງມີທັງຈຸດດີ, ຈຸດອ່ອນ ແລະ ວິທີແກ້ໄຂ ໃນຕໍ່ໜ້າ ໂດຍໃຫ້ແທດເໝາະກັບຂະແໜງການຂອງຕົນ, ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວວາງອອກ ໂດຍມີການເຄື່ອນ ໄຫວຕິດຕາມ, ຊຸກຍູ້ສະມາຊິກສະຫະພັນແມ່ຍິງເປັນປົກກະຕິ, ຕໍ່ເນື່ອງ ແລະ ຜ່ານການປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ, ຂະບວນການຮັກຊາດ ແລະ ພັດທະນາ, ຂະບວນການຕ່າງໆຂອງພັກ, ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນອື່ນ ແລະ ວຽກງານວິຊາສະເພາະ ເຫັນວ່າສະມາຊິກໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ, ມີຜົນໄດ້ຮັບດັ່ງນີ້: ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ພົນລະເມືອງດີ ສາມາດຄັດເລືອກໄດ້ ຈໍານວນ 18 ສະຫາຍ ເທົ່າກັບ 100%, ພັດທະນາດີ ເທົ່າກັບ 100% ທຽບໃສ່ແຜນການວາງໄວ້ປະຕິບັດໄດ້ເກີນແຜນ 5% ແລະ ສ້າງຄອບຄົວດີ ເທົ່າກັບ 100% ທຽບໃສ່ແຜນການວາງໄວ້ປະຕິບັດໄດ້ເກີນແຜນ 2%, ຄັດເລືອກໄດ້ບຸກຄົນ 3 ດີ ປະເພດ 1 ຈໍານວນ 18 ສະຫາຍ, ເທົ່າກັບ 100%; ນອກຈາກຜົນງານດ້ານອື່ນໆແລ້ວ ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ ໄດ້ພັດທະນາຊິວິດການເປັນຢູ່ ເພື່ອແກ້ໄຂຄວາມທຸກຍາກທັງເປັນການສ້າງໂອກາດ, ເງື່ອນໄຂຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດໃຫ້ສະມາຊິກຫະພັນແມ່ຍິງຮາກຖານແມ່ຍິງໄດ້ເຂົ້າເຖິງແຫຼ່ງທຶນເພື່ອສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ. ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະຫະພັນແມ່ຍິງຮາກຖານຮາກຖານ ສະຫະພັນແມ່ຍິງແຂວງກໍ່ໄດ້ສ້າງຕັ້ງ ກຸ່ມທ້ອນເງິນ ຂື້ນ ເລີ່ມຕັ້ງແຕ່ ວັນທີ 4 / 11 / 2007 ເປັນຕົ້ນມາ, ເຊິ່ງມາຮອດປະຈຸບັນ ມີສະມາຊິກກຸ່ມທ້ອນເງິນທັງໝົດຈໍານວນ 24 ສະຫາຍ, ຍິງ 21 ສະຫາຍ, ຊາຍ 3 ສະຫາຍ. ໃນປີ 2021 ໄດ້ຊຸກຍູ້ສະມາຊິກຝາກເງິນເຂົ້າກອງທຶນສະເລ່ຍ 700.000 ກີບຕໍ່ເດືອນ. ປະຈຸບັນມີເງິນ 74,880,000 ກີບ. ໄດ້ປ່ອຍກູ້ໃຫ້ສະມາຊິກກູ້ຢືມສ້າງເສດຖະກິດຄອບຄົວ ຈໍານວນເງິນ 47,000,000 ກີບ ເພື່ອສ້າງເສດຖະກິດຄອບຄົວ ພາຍໃຕ້ລະບຽບ, ກົດໝາຍ, ເຊິ່ງໄດ້ຍາດເວລານອກໂມງລັດຖະການ ເຮັດກິດຈະກໍາຕ່າງໆ ເປັນຕົ້ນແມ່ນ: ການບໍລິການຕັດຫຍິບ, ປູກພືດຜັກ, ຜະລິດສະບູ, ຢາມ່ອງ, ສະກັດນໍ້າມັນນວດ, ປຸງແຕ່ງ ຊາຂີງ-ຊາຂີ້ໝີ້ນ, ລ້ຽງຈິ້ງລີດ ແລະ ການບໍລິການອື່ນໆ ສາມາດສ້າງລາຍຮັບພົ້ນເດັ່ນໃນປີ 2022 ມີ 5 ຄອບຄົວ ຕໍ່ກັບຜົາງານດັ່ງນີ້ແລ້ວທຽບໃສ່ມາດຖານເງື່ອນໄຂແມ່ນບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ເຮັດໃຫ້ສະຫະພັນແມ່ຍິງຮາກຖານສະຫະພັນແມ່ຍິງແຂວງ ໄດ້ຮັບໃບຢັ້ງຍືນ 3 ດີ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ.
ຕອນທ້າຍຂອງພິທີ ທ່ານ ນ. ບົວທອງ ວັນນະລາດ ຄະນະໝ່ວຍພັກ, ຮອງປະທານສະຫະພັນແມ່ຍິງແຂວງ ຍັງໃຫ້ກຽດໂອ້ລົມ ຕໍ່ສະມາຊິກພາຍໃນຮາກຖານ ເຊິ່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຜົນງານທີສະມາຊິກຍາດມາໄດ້ ແລະ ທ່ານ ກໍ່ໄດ້ເນັ້ນໜັກບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນແມ່ນສືບຕໍ່ສຶກສາອົບຮົມການເມືອງແນວຄິດ ເອົາໃຈໃສ່ເປັນເຈົ້າການ ໃນການອານຸລັກຮັກສາຮີດຄອງປະເພນີ ເຮືອນ 3 ນ້ຳ 4 ອັນດີງາມຂອງແມ່ຍິງລາວ, ນຳເອົາບັນດາເອກະສານທີ່ກ່ຽວພັນກັບ ສິດ ແລະພາລະບົດບາດຂອງຍິງ – ຊາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວວາງອອກ ມາເຊື່ອມຊຶມໃຫ້ສະມາຊິກໄດ້ຮັບຮູ້ຢ່າງເປັນປົກກະຕິ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຮາກຖານ