ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3ດີໄລຍະ I (2021-2022) ແລະ ທິດທາງແຜນການ ໄລຍະ II (2023-2024)

Mar 6, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 3 ມີນາ 2023, ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3ດີໄລຍະ I (2021-2022) ແລະ ທິດທາງແຜນການ ໄລຍະ II (2023-2024) ພາຍໃຕ້ການເປັນປະທານຂອງ ທ່ານ ພົຕ ວໍລະສານ ວິລັດດາວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ; ມີທ່ານ ພັອ ນາງ ໄພວອນ ອິນທະບຸດ ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ຄະນະພະແນກສະຫະພັນແມ່ຍິງ, ຕາງໜ້າສູນກາງສະຫະພັນແມ່ຍິງລາວ, ຂະແໜງ, ໜ່ວຍເອກະລາດທົ່ວກຳລັງຫຼວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ I (2021-2022) ແລະ ທິດທາງໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ II (2023-2024) ຊຶ່ງໃນການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຈັດຕັ້ງວຽກງານ 3 ດີ ຂອງສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໃນໄລຍະ I (2021-2022) ໄດ້ຄັດເລືອກເອົາຜົນງານ ໃນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3ດີ ຄື:
– ພົນລະເມືອງດີ 12.909 ຄົນ;
– ພັດທະນດີ 11.657 ຄົນ;
– ຄອບຄົວດີ 9.448 ຄົນ;
– ບຸກຄົນ 3 ດີ ປະເພດ I ມີ 10.982 ຄົນ;
– ບຸກຄົນ3ດີປະເພດ II ມີ 1.680 ຄົນ;
– ບຸກຄົນຕົວແບບ 675 ຄົນ;
– ຄອບຄົວຕົວແບບ 438 ຄອບຄົວ;
-ພະແນກ, ຂະແໜງ, ໜ່ວຍ 3 ດີ 660 ໜ່ວຍ.
ໃນຕອນທ້າຍ ທ່ານ ພົຕ ວໍລະສານ ວິລັດດາວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກແມ່ຍິງກະຊວງປ້ອງກັນປະເທດສຸມທຸກເຫື່ອແຮງ ເຂົ້າໃນວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວ ວາງອອກ ດ້ວຍຄວາມຮັບຜິດຊອບສູງ; ເໜັ້ນໜັກໃຫ້ສະມາຊິກແມ່ຍິງທຸກຄົນ ຮູ້ໄດ້ສິດ ແລະ ພັນທະຂອງຕົນ ເພື່ອພ້ອມກັນພັດທະນາຕົນເອງໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ແລະ ເປັນຕົວແບບໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ເປັນທີ່ເອກອ້າງທັງພາກພື້ນ ແລະ ສາກົນ ແລະ ພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ດ້ວຍຄວາມເບີກບານມ່ວນຊື່ນ, ປອດໄພ ແລະ ມີເນື້ອໃນຄວາມໝາຍ.