ສະມາຄົມນັກທຸລະກິດແມ່ຍິງ ໄດ້ໄປເຄື່ອນໄຫວທັດສະນະວຽກງານຢູູ່ 3 ແຂວງພາກເໜືອ (ຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພະບາງ)

Apr 6, 2023 | ຂ່າວສານ ແລະ ກິດຈະກຳ

ໃນລະຫວ່າງວັນທີ 28-31 ມີນາ 2023, ສະມາຄົມນັກທຸລະກິດແມ່ຍິງ ໄດ້ໄປເຄື່ອນໄຫວທັດສະນະວຽກງານຢູູ່ 3 ແຂວງພາກເໜືອ (ຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພະບາງ), ນໍາພາຄະນະໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ. ພ້ອມນັ້ນຍັງມີ ຮອງປະທານ ສທຍ ພ້ອມດ້ວຍຄະນະ ທີ່ປຶກສາ ສທຍ ຂັ້ນສູນກາງ, ປະທານ ແລະ ຄະນະບໍລິຫານ ສທຍ ນະຄອນຫຼວງວຽງຈັນ, ຂັ້ນແຂວງ 4 ແຂວງ ພ້ອມດ້ວຍສະມາຊິກຈາກຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ລວມທັງໝົດ 57 ຄົນ.
ຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ ເພື່ອໃຫ້ສະມາຊິກນັກທຸລະກິດຍິງໄດ້ມີໂອກາດ ພົບປະຢ້ຽມຢາມ, ແລກປ່ຽນການດໍາເນີນທຸລະກິດເຊິ່ງກັນ ແລະ ກັນໃນຍຸກເຊື່ອມໂຍງທາງເສດຖະກິດ ພາຍໃຕ້ຄໍາຂວັນ “ຕາມຮອຍ ເສດຖະກິດ ໜຶ່ງແລວທາງ ໜຶ່ງເສັ້ນທາງ ລົດໄຟລາວ-ຈີນ”; ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ບົດຮຽນທີ່ຫຼາກຫຼາຍຈາກອົງການປົກຄອງ, ສະຫະພັນແມ່ຍິງ, ສະພາການຄ້າ ແລະ ອຸດສາຫະກໍາ ຈາກ 3 ແຂວງພາກເໜືອດັ່ງກ່າວ ໃນສະພາບການປ່ຽນແປງໃໝ່ທາງດ້ານເສດຖະກິດ; ເພື່ອໃຫ້ຜູ້ເຂົ້າຮ່ວມມີໂອກາດປຶກສາຫາລື, ຖອດຖອນບົດຮຽນ ແລະ ວາງແຜນທຸລະກິດຂອງຕົນໃນຕໍ່ໜ້າ, ເພື່ອຮອງຮັບສະພາບໃນຍຸກເຊື່ອມໂຍງສາຍທາງລົດໄຟຄວາມໄວສູງໃນຊຸມປີຕໍ່ໜ້າ ແລະ ເພື່ອສືບຕໍ່ເຕົ້າໂຮມຄວາມສາມັກຄີ, ສ້າງຄວາມເຂັ້ມແຂງໃຫ້ ສະມາຊິກຂອງສະມາຄົມທຸລະກິດແມ່ຍິງບັນດາແຂວງໃນຂອບເຂດທົ່ວປະເທດ.
ການເຄື່ນອໄຫວຄັ້ງນີ້ໄດ້ໄປຫຼາຍສະຖານທີ່ ເປັນຕົ້ນ: ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນນໍານັກທຸລະກິດແມ່ຍິງແຂວງຫຼວງນໍ້າທາ(ທີ່ເຂັ້ມແຂງແລ້ວ), ຈາກນັ້ນໄດ້ໄປເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ອ່າງເກັບນໍ້າ ໜຶ່ງໃນໂຄງການພັດທະນາບໍ່ເຕ່ນແດນງາມ. ທີ່ແຂວງ ອຸດົມໄຊ ແລະ ຫຼວງພະບາງ ແມ່ນຄະນະນໍາຂອງສະມາຄົມໄດ້ເຂົ້າພົບການນໍາຂັ້ນແຂວງ, ການນໍາສະຫະພັນແມ່ຍິງ, ພະແນກການຄ້າ ແລະ ສະພາການຄ້າແຂວງ ເພື່ອປຶກວາຫາລື ແລະ ສະເໜີເຖິງພາກສ່ວນກ່ຽວຂ້ອງ ໃນການໃຫ້ການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກໃຫ້ນັກທຸລະກິດແມ່ຍິງຂອງສອງແຂວງດັ່ງກ່າວ ໃຫ້ໄດ້ຮັບການສ້າງຕັ້ງສະມາຄົມຢ່າງເປັນທາງການ.
ຜ່ານການທັດສະນະສຶກສາຕົວຈິງເຫັນວ່າ ກ່ອນຈະຕ້ອງສ້າງແນວຄວາມຄິດໃຫ້ນັກທຸລະກິດແມ່ຍິງ, ຫັນປ່ຽນມູມມອງໃໝ່, ຕ້ອງປະຕິຮູບແນວແນວຄິດເກົ່າ, ນໍາເອົາເຕັກນິກວິທະຍາສາດໃໝ່ເຂົ້າໃນການຜະລິດເປັນສິນຄ້າສົ່ງອອກໃຫ້ນັບມື້ນັບຂະຫຍາຍຢ່າງກວ້າງຂວາງ, ຮັບປະກັນໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ, ຫຼຸດພົ້ນອອກຈາກຄວາມທຸກຍາກ; ຕ້ອງຊອກຄູ່ຄ້າທີ່ໃຫຍ່ ແລະ ທັນສະໄໝກວ່າ ໂດຍສະເພາະແມ່ນກຽມຄວາມພ້ອມໃນການຜະລິດສະບຽງອາຫານ ແລະ ນໍ້າ, ປັບປຸງການບໍລິການທີ່ປິ່ນອ້ອມການທ່ອງທ່ຽວທຸກຂະແໜງການ, ພັດທະນາໂຄງລ່າງພື້ນຖານໃຫ້ເປັນຮູບປະທໍາ, ສ້າງຄວາມສະດວກໃຫ້ແກ່ການລົງທຶນທີ່ນັບມື້ນັບຂະຫຍາຍຕົວ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ພວມຫຼັ່ງໄຫຼເຂົ້າມາ ສປປ ລາວ ນັບມື້ຫຼາຍຂຶ້ນ.
ພ້ອມກັນນັ້ນການໄປເຄື່ອນໄຫວທັດສະນະສຶກສາຄັ້ງນີ້ ແມ່ນເຫັນໄດ້ຄວາມສາມັກຄີເປັນກ້ອນກໍາລັງລະຫວ່າງ ຄະນະ ແລະ ສະມາຊິກ ສທຍ ແຂວງຕ່າງໆດ້ວຍກັນ; ໃຫ້ໂອກາດສະມາຊິກໄດ້ເກັບກ່ຽວບົດຮຽນ ແລະ ປະສົບການ ທັງໄດ້ແລກປ່ຽນຂໍ້ມູນດ້ານທຸລະກິດເຊິ່ງກັນ ແລະ ກັນ, ສ້າງໃຫ້ສະມາຊິກນັກທຸລະກິດທີ່ເຂົ້າຮ່ວມມີຄວາມເຂັ້ມແຂງ ແລະ ມີປະສົບການຫຼາຍຍິ່ງຂຶ້ນ.
(ຂ່າວ ແລະ ຮູບພາບຈາກ: ສະມາຄົມນັກທຸລະກິດແມ່ຍິງ)