ໂທລະສັບ 021 316253

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີໄລຍະ 5 ປີ (2016-2020)

Jul 6, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ນະຄອນຫຼວງວຽງຈັນ

ໃນກອງປະຊຸມ ທ່ານ ພັນຕີ ນາງຈັນສອນ ພັນທະວົງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕະຫຼອດໄລຍະ 5 ປີທີ່ຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊຸກຍູ້, ໃກ້ຊິດຕິດແທດໃນທຸກຂົງເຂດວຽກງານ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ເຮັດໃຫ້ເອື້ອຍນ້ອງແມ່ຍິງແຕ່ລະສະຫາຍມີທັດສະນະຫຼັກໝັ້ນ, ອຸ່ນອຽນ, ທຸ່ນທຸ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນຳພາຂອງພັກ-ລັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຈັດຕັ້ງເຜີຍແຜ່ເຊື່ອມຊືມຂໍ້ກໍານົດກົດລະບຽບຂອງກອງທັບວາງອອກ, ເພື່ອໃຫ້ເອື້ອຍນ້ອງມີສະຕິຕື່ນຕົວໃນການສ້າງຕົວເອງໃຫ້ກາຍເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ. ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ສາມາດຕີລາຄາຜົນງານອັນພົ້ນເດັ່ນ ຄື: ພົນລະເມືອງດີ 115 ສະຫາຍ ກວມເອົາ 93,49 %; ພັດທະນາດີ 121 ສະຫາຍ ກວມເອົາ 98, 37 %; ສ້າງຄອບຄົວດີ 122 ຄອບຄົວ ກວມ 99,18 %; ແມ່ຍິງ 3 ດີປະເພດ I ມີ 112 ສະຫາຍກວມ 91,05 %; ແມ່ຍິງ 3 ດີປະເພດ II ມີ 11 ສະຫາຍ ກວມ 8,9 %; ຄອບຄົວຕົວແບບ 4 ຄອບຄົວ ກວມ3,2%; ໜ່ວຍ 3 ດີ ມີ 7 ໜ່ວຍ; ກົມກອງຊີ້ນໍາ-ນໍາພາດີເດັ່ນມີ 7 ກົມກອງ. ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ໜ່ວຍແມ່ຍິງ 3 ດີ, ສະມາຊິກແມ່ຍິງ 3 ດີທັງ 2 ປະເພດ ແລະ ກົມກອງຊີ້ນຳແມ່ຍິງດີເດັ່ນຕາມລຳດັບ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ)