ວັນທີ 23 ພຶດສະພາ 2022 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

May 23, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ແກ່ພະນັກງານສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງຂັ້ນແແຂວງ ແລະ 05 ເມືອງ ຂອງແຂວງຫຼວງນ້ຳທາ ຄື: ເມືອງ ຫຼວງນໍ້າທາ, ເມືອງ ນາແລ, ເມືອງ ວຽງພູຄາ, ເມືອງ ສິງ ແລະ ເມືອງ ລອງ ພາຍໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍ ທ່ານ ຄໍາຈັນ ອິນທອງໄຊ ປະທານແນວລາວສ້າງຊາດ, ປະທານຄະນະກຳມະການຕ້ານການຄ້າມະນຸດແຂວງຫຼວງນໍ້າທາ. ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງສະຫະພັນແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນເບື້ອງຕົ້ນ ລວມທັງວິທີການໃນການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການປະສານງານກັບພາກສ່ວນກ່ຽວຂ້ອງຕາມພາລະບົດບາດທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຜູ້ຖືກເຄາະຮ້າຍໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອໄດ້ຢ່າງທັນການ. ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 05 ວັນ ໃນລະຫວ່າງວັນທີ 23-27 ພຶດສະພາ 2022 ທີ່ໂຮງແຮມ ອຸດົມສິນ ແຂວງຫຼວງນ້ຳທາ; ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 42 ທ່ານ, ຊາຍ 20 ທ່ານ.