ໂທລະສັບ 021 316253

ວັນທີ 22 ກໍລະກົດ 2022, ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

Jul 22, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ສູນກາງ, ນະຄອນຫຼວງວຽງຈັນ, ແມ່ຍິງ 5 ທະວີບ

ທີ່ໂຮງແຮມແລນມາກ ພາຍໃຕ້ການສຳມະນາຫົວຂໍ້: “ການເປັນຜູ້ນຳຍຸກໃໝ່ ນຳພາຄອງໃຈ” ໂດຍການເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຄະນະບໍລິຫານງານ​ ສຍ​ ກະຊວງ, ແຂກ​ຖືກ​ເຊີນ​ພ້ອມດ້ວຍສະມາຊິກແມ່ຍິງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.​ ໃນພິທີ ທ່ານ ນ. ຈັນສຸກ ແສງມະນີ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ,​ ນໍ້າໃຈຮັກເຊື້ອແພງຊາດ,​ ຍອມອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ​ ແລະ​ ສ້າງສາພັດທະນາປະເທດຊາດ ພ້ອມທັງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຂອງແມ່ຍິງທີ່ຍາດມາໄດ້ໃນແຕ່ລະຍຸກສະໄໝ ເພື່ອໃຫ້ເອື້ອຍນ້ອງແມ່ຍິງໄດ້ຮໍ່າຮຽນເອົາຄຸນງາມຄວາມດີນັ້ນໄວ້ສືບທອດໃຫ້ຮຸ່ນລູກຮຸ່ນຫຼານໄດ້ຮໍ່າຮຽນຕໍ່ໄປ. ນອກຈາກນັ້ນ ໃນພິທີຍັງໄດ້ມີການມອບໃບຍ້ອງຍໍ 3 ດີ ແລະ ຈັບມືຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງພາຍໃນກະຊວງອີກດ້ວຍ.