ວັນທີ 15 ກໍລະກົດ 2022, ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

Jul 15, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ໂດຍການປາຖະກະຖາຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ມີຄະນະພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສ-ບໍານານ, ແຂກຖືກເຊີນ ແລະ ພະນັກງານພາຍໃນກະຊວງເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ເຊິ່ງຍາມໃດແມ່ຍິງລາວກໍ່ໄດ້ເປັນສ່ວນໜື່ງທີ່ເປັນກຳລັງແຮງອັນສໍາຄັນຂອງພັກ ນັບແຕ່ມື້ສ້າງຕັ້ງສະຫະພັນແມ່ຍິງລາວຈົນຮອດປັດຈຸບັນ, ແມ່ຍິງລາວໄດ້ສືບຕໍ່ເດັດດ່ຽວເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນຂອງຕົນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ​ ສ້າງສາ ພັດທະນາປະເທດຊາດ ໂດຍສະເພາະແມ່ນຂະບວນການພັດທະນາແມ່ຍິງ.