ວັນທີ 03 ມິຖຸນາ 2022, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມ

Jun 3, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ວັນທີ 03 ມິຖຸນາ 2022, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜ່ານຮ່າງຄຳແນະນຳກ່ຽວກັບມາດຕະຖານການປົກປ້ອງ ແລະ ບໍລິການຊ່ວຍເຫຼືອອັນຈຳເປັນດ້ານສັງຄົມສຳລັບແມ່ຍິງ ແລະເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນ ສປປ ລາວ (ສະບັບສຸດທ້າຍ) ຮ່ວມກັບພາກສ່ວນກ່ຽວຂ້ອງຂອງລັດ ແລະ ທີ່ປຶກສາສາກົນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ແລະ ທ່ານນາງ ມາຣຽມ ອາຄານ ຜູ້ຕາງໜ້າອົງການ UNFPA, ມີຕາງໜ້າຈາກກະຊວງ-ອົງການທີ່ກ່ຽວຂ້ອງຂັ້ນສູນກາງເຂົ້າຮ່ວມ​ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ຊ່ຽວຊານສາກົນ ທີ່ເຂົ້າຮ່ວມທາງອອນລາຍ. ການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຜ່ານຮ່າງຄູ່ມືການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອອັນຈຳເປັນດ້ານສັງຄົມສຳລັບແມ່ຍິງ ແລະ ເດັກ ທີ່ຖືກເຄາະຮ້າຍຈາກການ ໃຊ້ຄວາມຮຸນແຮງ ໃນ ສປປ ລາວ ຊຶ່ງຮ່າງໂດຍຊ່ຽວຊານສາກົນຂອງອົງການ UNFPA ພາຍໃຕ້ການຮ່ວມມືລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ UNFPA ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ນິຕິກຳຂອງສາກົນ ໂດຍສະເພາະ​ ຄູ່ມືການບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງຂອງສາກົນ ເພື່ອໃຫ້ເປັນບ່ອນອີງໃນການເຄື່ອນໄຫວວຽກງານປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ຂອງແຕ່ລະພາກສ່ວນ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ສ້າງຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ (ກອງປະຊຸມແມ່ນຈັດເປັນເວລາ 01 ວັນ).