ພິທີເປີດງານເທດສະການອາຫານລາວ ປະຈໍາປີ 2023

Jan 24, 2023 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ວັນທີ 24 ມັງກອນ 2023, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວປະຈໍາປີ 2023 ຊຶ່ງປີນີ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ເທດສະການອາຫານລາວ ກ້າວສູ່ສາກົນ” ທີ່ສວນສາທາລະນະເຈົ້າອະນຸວົງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທດສະການອາຫານລາວ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ ປະຈໍາ ສປປ ລາວ, ຜູ້ໃຫ້ການສະໜັບສະໜູນ, ນັກທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການຈັດງານຄັ້ງນີ້ ເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີກ່ຽວກັບອາຫານການກິນ, ການດໍາລົງຊີວິດແບບລາວໃຫ້ເຊື່ອມໂຍງກັບຍຸກສະໄໝ ກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ ແລະ ລ້ຽງສັດ, ຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫຼວງວຽງຈັນມາວາງສະແດງຂາຍ ແລະ ພັດທະນາຄຸນນະພາບອາຫານໃຫ້ໄດ້ມາດຕະຖານ ສາມາດຂະຫຍາຍການຂາຍກ້າວໄປສູ່ການສັ່ງຈອງ ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມອັນກວ້າງໄດ້. ພ້ອມນັ້ນ ກໍເພື່ອປຸກລະດົມຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າທີ່ມີຄຸນນະພາບ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ອອກສູ່ສາກົນເທື່ອລະກ້າວ ໂດຍສະເພາະງານ Word Expo Tokyo 2025 ທີ່ຈະມາເຖິງນີ້; ທັງເປັນການສ້າງຂວັນກຳລັງໃຈໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານໃຫ້ມີໂອກາດອອກມາວາງສະແດງ ແລະ ຂາຍອາຫານທີ່ສາມາດບໍລິການນັກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ.

ງານເທດສະການອາຫານລາວ ປະຈໍາປີ 2023 ດໍາເນີນແຕ່ ວັນທີ 24 ຫາ 28 ມັງກອນ 2023, ມີຮ້ານທັງໝົດ 180 ຮ້ານ, ໃນນີ້ມີຮ້ານອາຫານລາວ, ຮ້ານອາຫານປະຍຸກ, ອາຫານສາກົນ ແລະ ສິນຄ້າກະສິກຳລວມ 162 ຮ້ານ; ເຄື່ອງຫັດຖະກຳ 18 ຮ້ານ. ນອກນີ້ໃນງານຍັງມີກິດຈະກໍາໂຄສະນາສິນຄ້າຂອງບໍລິສັດ, ທະນາຄານ ທີ່ໃຫ້ການສະໜັບສະໜູນງານ ຈັດໃຫ້ມີຮ້ານອາຫານລາວທີ່ເປັນເອກະລັກຈາກ 18 ແຂວງໄວ້ໃຫ້ບໍລິການແຂກທີ່ມາທ່ຽວງານສາມາດມາຊິມ-ຊື້ ແລະ ສັ່ງຈອງທາງອິນເຕີເນັດໄດ້; ແຂ່ງຂັນການປຸງແຕ່ງເຂົ້າສັງຂະຫຍາ ແລະ ກິດຈະກໍາອື່ນໆອີກ. ໂອກາດດັ່ງກ່າວ ທ່ານນາງ ຈັນທະຈອນ ສີວົງໄຊ ກໍໄດ້ມອບໂລ້ລາງວັນ ແລະ ໃບກຽດຕິຄຸນໃຫ້ແກ່ກຸ່ມບໍລິສັດ, ທະນາຄານ, ບໍລິສັດເອກະຊົນຈໍານວນໜຶ່ງ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວ ທີ່ໃຫ້ການສະໜັບສະໜູນດ້ານງົບປະມານ, ວັດຖຸ, ປັດໄຈສິ່ງອໍານວຍຄວາມສະດວກຕ່າງໆທັງໝົດ 36 ພາກສ່ວນ.