ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2023 ຄົບຮອບ 98 ປີ

Jun 2, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ສູນກາງສະຫະພັນແມ່ຍິງລາວ ໂດຍຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ(ຄຊກມດ) ຮ່ວມກັບ ອົງການ UNICEF ແລະ ອົງການ Childfund ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2023 ຄົບຮອບ 98 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ໂຮງຮຽນມັດທະຍົມສົມບູນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ພາຍໃຕ້ຄຳຂວັນ: “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ” ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ຮອງປະທານ ຜູ້ປະຈໍາການ ຄຊກມດ; ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ; ທ່ານ ນ. ເພຍ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳລາວ ແລະ ທ່ານ ວິລະໄຊ ທຳມະວົງ ຜູ້ອຳນວຍການ ອົງການຊາຍຟັນ; ມີຄະນະນຳຈາກຂັ້ນແຂວງ, ເມືອງ, ບ້ານ, ບັນດາຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານປະທານ ສສຍລ, ທ່ານເຈົ້າແຂວງ ແລະ ອົງການສາກົນ ພ້ອມດ້ວຍຄະນະ ໄດ້ຮ່ວມກິດຈະກຳປູກຕົ້ນໄມ້, ຮັບຊົມການສະແດງຕ່າງໆຈາກນ້ອງໆນັກຮຽນ, ກິດຈະກຳການກວດສຸຂະພາບ, ການສາທິດລ້າງມືດ້ວຍສະບູ, ກິດຈະກຳການແຕ້ມຮູບລະບາຍສີ, ການຖາມ-ຕອບ ຄວາມຮູ້ຮອບຕົວ. ນອກຈາກນັ້ນ, ກໍຍັງມີການມອບຂອງຂວັນໃຫ້ແກ່ນ້ອງໆນັກຮຽນທີ່ສະແດງສິນລະປະ ແລະ ຮ່ວມກິດຈະກຳຕ່າງໆພາຍໃນງານ, ມອບເຄື່ອງຊ່ວຍເຫຼືອ ແລະ ອຸປະກອນການຮຽນໃຫ້ກັບ 8 ໂຮງຮຽນທີ່ເຂົ້າຮ່ວມພິທີໃນຄັ້ງນີ້ອີກດ້ວຍ.