ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຫວຽດນາມ ໄລຍະປີ 2022-2027

Jul 3, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຈັດຂຶ້ນໃນຕອນແລງຂອງວັນທີ 2/7/2022, ທີ່ນະຄອນດາໜັງ, ສສ ຫວຽດນາມ. ຕາງໜ້າສະຫະພັນແມ່ຍິງລາວ ລົງນາມໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານ ສສຍລ ແລະ ຕາງໜ້າສະຫະພັນແມ່ຍິງຫວຽດນາມ ລົງນາມໂດຍ ທ່ານນາງ ຮາ ທິ ຫງ່າ ປະທານຄະນະບໍລິຫານງານ ສຍ ຫວຽດນາມ. ພ້ອມນີ້ ສຍ ບັນດາແຂວງຂອງລາວ-ຫວຽດນາມ ຈຳນວນໜຶ່ງກໍໄດ້ລົງນາມບົດບັນທຶກຂັ້ນຂອງຕົນ ເພື່ອສືບຕໍ່ການພົວພັນຮ່ວມມື ເປັນຕົ້ນ ສຍ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໄລຍະປີ 2022-2026, ສຍ ແຂວງ ເຊກອງ ແລະ ສຍ ແຂວງ ດັກລັກ ໄລຍະປີ 2022-2027. ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະສອງອົງການຈັດຕັ້ງ ສຍ ລາວ ແລະ ສຍ ຫວຽດນາມ.