ໂທລະສັບ 021 316253

ພິທີປິດຊຸດຝຶກອົບຮົມວິຊາຊີບ ຕັດຫຍິບ ແລະ ເສີມສວຍ ສໍາລັບແມ່ຍິງ ໄລຍະ 03 ເດືອນ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າວັນທີ19 ພຶດສະພາ 2023 ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ໄດ້ມີພິທີປິດຊຸດຝຶກອົບຮົມວິຊາຊີບ ຕັດຫຍິບ ແລະ ເສີມສວຍ ສໍາລັບແມ່ຍິງ ໄລຍະ 03 ເດືອນ ໂດຍການເປັນປະທານຂອງທ່ານ ນາງ ສັ້ນ ໄຊຍະແສງ ຄະນະບໍລິຫານງານ ສສຍລ ຫົວໜ້າສູນອົບຮົມແມ່ຍິງລາວ; ມີຄະນະສູນ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄູຝຶກ ແລະ ນັກຮຽນເຂົ້າຮ່ວມທັງໝົດ 30 ຄົນ.