ພະແນກສະຫະພັນແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII

Jun 23, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ເພື່ອສືບຕໍ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ມຫ້ອົງການຈັດຕັ້ງແມ່ຍິງໃນຂອບເຂດນະຄອນຫຼວງ ຕອນເຊົ້າ 21 ມິຖຸນາ 2022 ພະແນກສະຫະພັນແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂະບວນການຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ (2021-2025) ໂດຍການເປັນປະທານພ້ອມທັງມີຄໍາເຫັນ ຈອງທ່ານ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ເຂົ້າຮ່ວມ ແລະ ເຜີຍແຜ່ເນື້ອໃນເອກະສານ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ຕະຫຼອດເອື້ອຍນ້ອງສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 164 ສະຫາຍ, ຊາຍ 15 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).