ຝຶກອົບຮົມເພື່ອທົບທວນຄືນປຶ້ມຄູ່ມືທີ່ມີຢູ່ແລ້ວ ກ່ຽວກັບການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ແຮງງານເຄື່ອນຍ້າຍທີ່ມີຄວາມສ່ຽງ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຝຶກອົບຮົມເພື່ອທົບທວນຄືນປຶ້ມຄູ່ມືທີ່ມີຢູ່ແລ້ວ ກ່ຽວກັບການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ແຮງງານເຄື່ອນຍ້າຍທີ່ມີຄວາມສ່ຽງ ແລະ ເຜີຍແຜ່ຄູ່ມືວ່າດ້ວຍການກໍານົດຕົວຜູ້ຖືກເຄາະຮ້າຍ ໃນວັນທີ 10-12 ພຶດສະພາ 2023 ທີ່ແຂວງວຽງຈັນ ໂດຍການສະໜັບສະໜູນດ້ານງົບປະມານຈາກອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ. ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມໂດຍ ທ່ານ ນາງ ວັນນາລີ ອິນພະພົມ ຮອງຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ; ມີຜູ້ເຂົ້າຮ່ວມຈາກສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສສຍລ, ສະຫະພັນແມ່ຍິງແຂວງ ແລະ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຂວງບໍ່ແກ້ວ, ຫຼວງນໍ້າທາ, ສະຫວັນນະເຂດ ແລະ ອັດຕະປື ທັງໝົດ 26 ທ່ານ, ຍິງ 20 ທ່ານ, ຊາຍ 06 ທ່ານ. ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອທົບທວນຄືນບັນດານິຕິກໍາທີ່ກ່ຽວຂ້ອງກັບການກໍານົດຕົວຜູ້ຖືກເຄາະຮ້າຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ເພື່ອສາມາດຕອບສະໜອງໃຫ້ແກ່ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ໃຫ້ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການກຳນົດຕົວ, ການປົກປ້ອງ, ຊ່ວຍເຫຼືອແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.