ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້

Jun 2, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າວັນທີ 01 ມິຖຸນາ 2023 ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2023 ທີ່ສວນສາທາລະນະ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ເຂົ້າຮ່ວມໃນພິທີມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນແຂວງ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.