ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ຕອນແລງວັນທີ 06 ເມສາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມນໍາໂດຍ ທ່ານ ນາງ ຮາ ທິ ຫງ່າ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ເພື່ອແຈ້ງຈຸດປະສົງການມາເຄື່ອນໄຫວວຽກງານ ແລະ ຢ້ຽມຢາມໃນຄັ້ງນີ້. ໂອກາດນີ້ ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ໄດ້ມອບຄອມພິວເຕີ 01 ໜ່ວຍ ແລະ ສະຫະພັນແມ່ຍິງແຂວງຮ່າຕິ່ງ ມອບເງິນໃຫ້ສະຫະພັນແມ່ຍິງແຂວງບໍລິຄໍາໄຊ ຈໍານວນ 30.000.000 ດົ່ງ ເພື່ອສະໜັບສະໜູນການສ້າງຮູບແບບວິຖີການດຳລົງຊີວິດ.