ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາງ ແມນຊອມອອນ ກົມການເມືອງສູນກາງພັກ, ຮອງປະທານພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາສູງ ສະພາແຫ່ງຊາດ ແລະ ກວດສອບ ຂອງປະເທດກຳປູເຈຍ

Mar 30, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ໃນວັນທີ 29 ມີນາ 2023, ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ (ສສຍລ) ນຳພາໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາງ ແມນຊອມອອນ ກົມການເມືອງສູນກາງພັກ, ຮອງປະທານພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາສູງ ສະພາແຫ່ງຊາດ ແລະ ກວດສອບ ຂອງປະເທດກຳປູເຈຍ. ໂອກາດນີ້ ທ່ານນາງ ແມນຊອມອອນ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການມາເຄື່ອນໄຫວເຮັດວຽກຢູ່ປະເທດກຳປູເຈຍໃນຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນໄລຍະຜ່ານມາຂອງແມ່ຍິງທັງສອງຊາດ. ໂອກາດນີ້ ທ່ານປະທານຄະນະບໍລິຫານງານ ສສຍລ ກໍໄດ້ແຈ້ງເຖິງຈຸດປະສົງ ແລະ ຜົນສຳເລັດຂອງການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນ ສສຍລ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບທີ່ໄດ້ຮັບຈາກການນຳ ກໍຄືແມ່ຍິງກຳປູເຈຍ ຕະຫຼອດໄລຍະຂອງການມາເຄື່ອນໄຫວວຽກງານໃນເທື່ອນີ້.