ປະທານຄະນະບໍລິຫານງານ ສສຍລ ຕ້ອນຮັບຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ຕອນບ່າຍວັນທີ 25 ພຶດສະພາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ Sara Sekkenes ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ. ໂອກາດນີ້ ທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຕະຫຼອດໄລຍະທີ່ປະຈໍາການຢູ່ ສປປ ລາວ ແລະ ອວຍພອນໃຫ້ທ່ານ ນາງ Sara Sekkenes ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ຂໍໃຫ້ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.