ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ທ່ານປະທານສະຫະພັນແມ່ຍິງແຂວງຫຼວງນ້ຳທາ ໄດ້ເຂົ້າພົບ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດເຄື່ອນໄຫວວຽກງານຊຸກຍູ້, ຕິດຕາມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງ ຫຼວງນ້ຳທາ. ໃນຕອນເຊົ້າຂອງວັນທີ 24 ເມສາ 2023, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ທ່ານປະທານສະຫະພັນແມ່ຍິງແຂວງຫຼວງນ້ຳທາ ໄດ້ເຂົ້າພົບ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ເພື່ອລາຍງານຈຸດປະສົງທີ່ລົງເຄື່ອນໄຫວວຽກຢູ່ແຂວງຫຼວງນ້ຳທາໃນຄັ້ງນີ້.