ທ່ານ ນາງ ອິນລາວັນ ແກ້ວບຸນພັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວຖໍ້າກອງລໍ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າວັນທີ 08 ເມສາ 2023 ທ່ານ ນາງ ອິນລາວັນ ແກ້ວບຸນພັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວຖໍ້າກອງລໍ ຊຶ່ງມີຄວາມຍາວ 7,5 ກິໂລແມັດ ແລະ ທ່ຽວຊົມຜະລິດຕະພັນຫັດຖະກຳຂອງບ້ານ ນາຕານ ພ້ອມດຽວກັນນີ້ ທ່ານ ນາງ ກຽນຕາ ວັນມະນາ ປະທານ ສຍ ແຂວງຄຳມ່ວນ ແລະ ທ່ານ ຄຳດີ ແກ້ງສູນທອນ ປະທານແນວລາງສ້າງຊາດ ເມືອງ ນາກາຍ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍເຖົ້າແກ່ແນວໂຮມ, ສຍ ບ້ານ, ສຍ ເມືອງ ໄດ້ເຮັດພິທີບາສີສູ່ຂວັນໃຫ້ແກ່ທ່ານປະທານ ສສຍລ ພ້ອມຄະນະ ເພື່ອເປັນສິລິມຸງຄຸນໃນການມາຢ້ຽມຊົມ ແລະ ອວຍພອນເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້.