ໂທລະສັບ 021 316253

ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມພະນັກງານ ສສຍລ ເຂົ້າຮ່ວມພິທີເປີດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປະຈໍາປີ 2023

May 2, 2023 | ຂ່າວສານ ແລະ ກິດຈະກຳ

ຕອນແລງວັນທີ 26 ເມສາ 2023, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມພະນັກງານ ສສຍລ ເຂົ້າຮ່ວມພິທີເປີດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປະຈໍາປີ 2023 ທີ່ສວນປະຕູໄຊ ຊຶ່ງຈັດຂຶ້ນພາຍໃຕ້ຄໍາຂວັນທີ່ວ່າ: “ບົດບາດແມ່ ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)”. ກ່າວເປີດພິທີໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂອກາດນີ້ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ປະກອບຄໍາເຫັນຕໍ່ພິທີຕື່ມອີກ. ພິທີໃນຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຄົບຮອບ 23 ປີ ເພື່ອຍົກໃຫ້ເຫັນເຖິງຄວາມສໍາຄັນຂອງບົດບາດຂອງແມ່ຍິງ ທີ່ຕິດພັນກັບຂະແໜງຊັບສິນທາງປັນຍາ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມໃນທົ່ວໂລກ ເວົ້າສະເພາະ ກໍ່ແມ່ນຢູ່ ສປປ ລາວ, ເປັນການກະຕຸກຊຸກຍູ້ໃຫ້ທຸກພາກສ່ວນ ໂດຍສະເພາະແມ່ຍິງລາວ ເຫັນໄດ້ເຖິງບົດບາດຄວາມສໍາຄັນຂອງຊັບສິນທາງປັນຍາ ເປັນຕົ້ນແມ່ນ ການສ້າງນະວັດຕະກໍາ ແລະ ແນວຄິດສ້າງສັນໃໝ່ ທີ່ຄວນໄດ້ຮັບການປົກປ້ອງຕາມກົດໝາຍຊັບສິນທາງປັນຍາ ເຊິ່ງຈະສາມາດນໍາໃຊ້ເປັນແຮງຂັບເຄື່ອນໄປສູ່ຜົນສໍາເລັດໃນທຸກຂົງເຂດວຽກງານ.