ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ຕ້ອນຮັບທ່ານນາງ ເຈືອງ ມີ ຮົວ ອະດີດຮອງປະທານປະເທດແຫ່ງ ສສ ຫວຽດນາມ

Mar 23, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 15 ມີນາ 2023 , ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານນາງ ເຈືອງ ມີ ຮົວ ອະດີດຮອງປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 14-15 ມີນາ 2023.
ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານປະທານ ສສຍລ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານນາງ ເຈືອງ ມີ ຮົວ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສູນກາງສະຫະພັນແມ່ຍິງລາວ ໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງສາຍພົວພັນທີ່ເປັນມູນເຊື້ອທີ່ການນໍາຮຸ້ນກ່ອນໄດ້ສ້າງໄວ້ໃຫ້ບັນດາລູກຫຼານໄດ້ສືບທອດອັນດີງາມນີ້ໄວ້ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາກ້າວຂຶ້ນໄປເລື້ອຍໆ, ພ້ອມນີ້ ທ່ານກໍສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືສະຫະພັນແມ່ຍິງຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປ ລາວ ກໍຄືສະຫະພັນແມ່ຍິງລາວຕະຫຼອດມາ.