ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມພ້ອມດ້ວຍຮອງປະທານຄະນະບໍລິຫານງານ ສສຍລ ໄດ້ເຂົ້າພົບ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 06 ເມສາ 2023, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ນໍາໂດຍ ທ່ານ ນາງ ຮາ ທິ ຫງ່າ, ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ຄະນະຮັບຜິດຊອບ ໄດ້ເຂົ້າພົບ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອລາຍງານການມາເຄື່ອນໄຫວຢ້ຽມຢາມ ສປປ ລາວໃນຄັ້ງນີ້. ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວຂອງສະຫະພັນແມ່ຍິງຫວຽດນາມໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ສະຫະພັນແມ່ຍິງຂອງທັງສອງປະເທດ ກໍຄືສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ກັບສະຫະພັນແມ່ຍິງແຂວງແຮກສ່ຽວ ໃຫ້ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນທຸກດ້ານ, ພ້ອມກັນຈັດຕັ້ງປະຕິບັດບັນດາບົດບັນທຶກຮ່ວມມືກັນໃນແຕ່ລະຂັ້ນໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.