ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍ ທ່ານ ນາງ​ ສິລິກິດ​ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ແລະ ຄະນະຮັບຜິດຊອບ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ​ສະຫະພັນແມ່ຍິງ​ ແຂວງ​ຫຼວງພະບາງ

Apr 5, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ເນື່ອງໃນໂອກາດເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 05 ເມສາ 2023 ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ນໍາໂດຍທ່ານ ນາງ ຮາ ທິ ຫງ່າ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍ ທ່ານ ນາງ​ ສິລິກິດ​ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ແລະ ຄະນະຮັບຜິດຊອບ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ​ສະຫະພັນແມ່ຍິງ​ ແຂວງ​ຫຼວງພະບາງ. ຕ້ອນຮັບຄະນະໂດຍ ທ່ານ ນາງ ອິນທະວອນ ພົມມະຈັນ ປະທານສະຫະພັນແມ່ຍິງແຂວງ​ ພ້ອມດ້ວຍຄະນະ.