ໂທລະສັບ 021 316253

ຄະນະຜູ້ແທນຂັ້ນສູງຢ້ຽມຊົມ ພິພິທະພັນວຽງຈັນສິນລະປະຮ່ວມສະໄໝ ຫຼື Vientiane Museum of Contemporary Art

May 26, 2023 | ຂ່າວສານ ແລະ ກິດຈະກຳ

ຫຼັງຈາກຢ້ຽມຢາມໂຮງຮຽນ ມສ ດົງບັງ ມິດຕະພາບລາວ-ກູບາ, ທ່ານປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຕະນະຜູ້ແທນສະຫະພັນແມ່ຍິງກູບາ, ທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ແລະ ຄະນະຮັບຜິດຊອບ ໄດ້ໄປຢ້ຽມຊົມ ພິພິທະພັນວຽງຈັນສິນລະປະຮ່ວມສະໄໝ ຫຼື Vientiane Museum of Contemporary Art ຊຶ່ງພິພິທະພັນແຫ່ງນີ້ ໄດ້ນຳເອົາເສດໄມ້, ຊາກຕໍໄມ້, ຮາກເຫງົ້າຂອງຕົ້ນໄມ້ໃຫຍ່ ທີ່ບໍ່ທັນມີມູນຄ່າ ນຳມາຂວັດແກະສະຫຼັກ ແລະ ປຸງແຕ່ງຄືນໃໝ່ ໃຫ້ມີຮູບຊົງ, ມີລວດລາຍ ແລະ ສີສັນ ທີ່ງົດງາມ ຕາມແນວຄິດ, ຈິນຕະນາການຂອງຊ່າງແກະສະຫຼັກ ແລະ ຜູ້ຂວັດລາຍ ແຕ່ກໍຄົງໄວ້ມູນເຄົ້າເດີມຂອງຮາກໄມ້ແຕ່ລະຊະນິດທີ່ນຳມາປະດິດ. ນອກນີ້ພາຍໃນພິພິທະພັນ ຍັງມີຮູບພາບປະຫວັດສາດ, ວິຖີການດຳລົງຊີວິດ ແລະ ລວດລາຍອື່ນໆ ທີ່ນາຍຊ່າງ, ນັກຈິດຕະກອນໄດ້ບັນຈົງວາດແຕ້ມລວດລາຍລົງແຜ່ນໄມ້ຂະໜາດໃຫຍ່ ເພື່ອຊົງຈຳໄວ້ໃຫ້ເປັນງານສິລະປະເທິງແຜ່ນໄມ້ ເກີດເປັນມູນຄ່າມະຫາສານ ແລະ ເປັນເອກະລັກສະເພາະຂອງລາວ.