ຄະນະຜູ້ແທນຂັ້ນສູງຂອງຄະນະບໍລິຫານງານ ສສຍລ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

Sep 29, 2022 | ກິດຈະກຳ, ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຄະນະຜູ້ແທນຂັ້ນສູງຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ນຳພາໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ລວມທັງໝົດ 10 ທ່ານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 1-7 ກໍລະກົດ2022 ໂດຍມີຄະນະນຳຂອງສູນກາງສະຫະພັນແມ່ຍິງຫວຽດນາມ, ການນຳຂອງນະຄອນດາໜັງ ແລະ ແຂວງກວາງນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນວັນທີ 2 ກໍລະກົດ, ຄະນະຜູ້ແທນລາວໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ພິທີປະດັບຫຼຽນໄຊ, ຫຼຽນກາ ຂອງລັດຖະບານຫວຽດນາມ ໃຫ້ແກ່ກົມກອງລວມໝູ່, ບຸກຄົນ ຂອງສະຫະພັນແມ່ຍິງລາວ (ສຍ ລາວ) ຈັດຂຶ້ນທີ່ນະຄອນດາໜັງ, ເຂົ້າຮ່ວມໃນພິທີ ມີ ທ່ານນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສສຍລ, ພ້ອມຄະນະ, ທ່ານ ນ. ຮາ ທິຫງ່າ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສຍ ຫວຽດນາມ ພ້ອມຄະນະ. ພ້ອມນີ້ ກໍມີການນຳຂອງນະຄອນດາໜັງ, ແຂວງກວາງນາມ ແລະ ຄະນະນໍາ ສຍ ບັນດາແຂວງຂອງ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການກ່າວຄຳປາໄສຂອງທ່ານ ນ. ຮາ ທິ ຫງ່າ ແລະ ທ່ານ ນ. ອິນລາວັນ ແກ້ວບຸນພັນ ທີ່ກ່າວເຖິງຜົນສຳເລັດທີ່ ສຍ ທັງສອງຊາດຍາດໄດ້ໃນໄລຍະຜ່ານມາ ພ້ອມທັງແຜນການສືບຕໍ່ການພົວພັນຮ່ວມມືຮອບດ້ານໃນຕໍ່ໜ້າ. ຫຼັງຈາກນັ້ນ ໄດ້ຮັບຊົມການສາຍວີດີໂອປະມວນຮູບພາບການເຄື່ອນໄຫວກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງ ສຍ ສອງປະເທດ ໄລຍະປີ 2017-2022. ພິເສດກໍໄດ້ມີການປະດັບຫຼຽນໄຊ, ຫຼຽນກາຂອງລັດຖະບານຫວຽດນາມໃຫ້ແກ່ກົມກອງລວມໝູ່, ບຸກຄົນ ຂອງ ສຍ ລາວ ໄດ້ແກ່: ປະດັບຫຼຽນໄຊເອກະລາດ ຊັ້ນ III ໃຫ້ຮອງປະທານຄະນະບໍລິຫານງານ ສສຍລ 3 ທ່ານ, ຕາງໜ້າຮັບການປະດັບຫຼຽນໂດຍ ທ່ານ ນ. ທຳມາເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດຂອງ ສສຍລ, ຕາງໜ້າຮັບການປະດັບໂດຍ ທ່ານ ນ. ວິໄລວັນ ແກ້ວປະເສີດ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ, ປະດັບຫຼຽນໄຊມິດຕະພາບໃຫ້ແກ່ບຸກຄົນ 5 ທ່ານ ແລະ 15 ກົມກອງ ຕາງໜ້າຮັບການປະດັບຫຼຽນໂດຍ ທ່ານ ນ. ເຫຼັກ ແສນຄຳວົງສາຫົວໜ້າກົມຈັດຕັ້ງ-ພະນັກງານ ຂອງ ສສຍລ, ທ່ານ ນ. ຫຼຽນຄຳ ວິລະພັນ ປະທານ ສຍ ນະຄອນຫຼວງວຽງຈັນ, ທ່ານ ນ. ວິໄລວັນ ດາລາສິນ ປະທານ ສຍ ແຂວງເຊກອງ ແລະ ທ່ານ ນ. ວາດສະໜາ ໂພໄຊຍະວົງ ປະທານ ສຍ ແຂວງສາລະວັນ.

ຫຼັງຈາກນັ້ນ ຄະນະຜູ້ແທນລາວກໍໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງ ສຍ ລາວ ແລະ ສຍ ຫວຽດນາມ ໄລຍະປີ 2022-2027. ຕາງໜ້າ ສຍ ລາວ ລົງນາມໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານ ສສຍລ ແລະ ຕາງໜ້າ ສຍ ຫວຽດນາມ ລົງນາມໂດຍທ່ານ ນ. ຮາ ທິ ຫງ່າ ປະທານຄະນະບໍລິຫານງານສູນກາງ ສຍ ຫວຽດນາມ. ພ້ອມນີ້ ສຍ ບັນດາແຂວງຂອງລາວ-ຫວຽດນາມ ຈຳນວນໜຶ່ງກໍໄດ້ລົງນາມບົດບັນທຶກຂັ້ນຂອງຕົນ ເພື່ອສືບຕໍ່ການພົວພັນຮ່ວມມື ເປັນຕົ້ນ ສຍ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໄລຍະປີ 2022-2026, ສຍ ແຂວງ ເຊກອງ ແລະ ສຍ ແຂວງ ດັກລັກ ໄລຍະປີ 2022-2027. ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະ
ເພາະສອງອົງການຈັດຕັ້ງ ສຍ ລາວ ແລະ ສຍ ຫວຽດນາມ.

ໃນໂອກາດທີ່ເຄື່ອນໄຫວວຽກງານຢູ່ນະຄອນດາໜັງ, ຄະນະຜູ້ແທນລາວໄດ້ເຂົ້າຮ່ວມງານແລກປ່ຽນວັດທະນະທຳ ແລະ ສະແດງກາຍະກຳກິລາ ທີ່ສວນສາທາລະນະທະເລຕາເວັນອອກ ຊຶ່ງພາຍໃນງານໄດ້ມີການສະແດງລາຍການວາດຟ້ອນກິລາກາງແຈ້ງ, ການເຕັ້ນ ແລະ ການຮ້ອງເພງທີ່ສ້າງຄວາມເບີກບານມ່ວນຊື່ນ; ຢ້ຽມຢາມສະໂມສອນຜູ້ຊາຍຕະລຸມບອນໃນການປ້ອງກັນ, ຮັບມືກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ກຸ່ມບ້ານຮວ່າ ເກື່ອງ ບັ໋ກ, ເມືອງຫາຍ ເຈົາ; ທ່ຽວຊົມພິພິທະພັນແກະສະຫຼັກຂອງຊົນເຜົ່າຈຳ ດາໜັງ ຊຶ່ງເປັນບ່ອນເກັບຮັກສາວັດຖຸບູຮານໃຫຍ່, ນ້ອຍ ນັບຫຼາຍພັນອັນທີ່ມີອາຍຸເກົ່າແກ່ນັບແຕ່ສະຕະວັດທີ VII-XV; ທ່ຽວຊົມສະຖານທີ່ທ່ອງທ່ຽວ ບານ່າຮິວ (Ba Na Hills) ທີ່ຂຶ້ນກັບເມືອງ
ຮວ່າວາງ, ສະຖານທີ່ແຫ່ງນີ້ປຽບເໝືອນແດນສະຫວັນ ທີ່ເຕັມໄປດ້ວຍສະຖາປັດຕະຍາກຳເກົ່າແກ່ ແລະ ສວຍສົດງົດງາມ; ຢ້ຽມຊົມ ພູ ຫງູ ແຮ່ງ ເຊີນ ຊຶ່ງເປັນສະຖານທີ່ຮ່ອງຮອຍປະຫວັດສາດທີ່ເຕົ້າໂຮມຄວາມງາມຈາກທຳມະຊາດ ແລະ ຄວາມສັດທາເຫຼື້ອມໃສຂອງຊາວດາໜັງ ທີ່ປະກອບມີຖ້ຳມະຫັດສະຈັນ ແລະ ວັດທີ່ສັກສິດຢູ່ເທິງພູ; ຢ້ຽມຢາມບໍລິສັດຫຸ້ນສ່ວນມິງຮົ່ງເຕັກນິກຊີວະພາບຕັ້ງຢູ່ເມືອງລຽນຈ໋ຽວ, ຊຶ່ງໄດ້ຮັບການກໍ່ຕັ້ງຂຶ້ນໃນປີ 2015ພາຍໃຕ້ແນວຄວາມຄິດທີ່ວ່າພາສິ່ງເສດເຫຼືອກາຍເປັນເງິນໂດຍການນຳໃຊ້ເຕັກໂນໂລຊີ ຊີວະພາບທີ່ເປັນມິດກັບສິ່ງແວດລ້ອມ ເຂົ້າໃນການຜະລິດນ້ຳຢາລ້າງຖ້ວຍ, ນ້ຳຢາຖູພື້ນ, ນ້ຳຢາຊັກເຄື່ອງ ດ້ວຍສິ່ງເສດເຫຼືອຢູ່ໃນຄົວເຮືອນ; ໄປຢ້ຽມຢາມໂຄງການຕົວແບບແມ່ຜູ້ທີສອງທີ່ເມືອງລຽນຈ໋ຽວ, ໂຄງການດັ່ງກ່າວເປັນກິດຈະກຳໜຶ່ງຂອງ ສຍ ດາໜັງ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ໂດຍຮ່ວມກັບກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນດາໜັງ ຈັດຂຶ້ນ ເປັນຕົ້ນ ການພົບປະສັງສັນ ແລະ ແລກປ່ຽນດ້ານວັດທະນະທຳອັນດີງາມຂອງສອງຊາດລາວ-ຫວຽດນາມ. ພິເສດ ແມ່ນເພີ່ມທະວີສາຍພົວພັນກັບນັກສຶກສາລາວທີ່ພວມສຶກສາຮ່ຳຮຽນຢູ່ດາໜັງ ຜ່ານຮູບແບບແມ່ຜູ້ທີສອງ ເພື່ອຊ່ວຍເຫຼືອດ້ານທັກສະ, ວັດທະນະທຳ ແລະ ສ້າງສາຍສຳພັນອັນສະໜິດແໜ້ນລະຫວ່າງແມ່ຍິງສອງຊາດລາວ-ຫວຽດນາມໂດຍສະເພາະໃນໄລຍະທີ່ມີການປິດເມືອງເນື່ອງຈາກການລະບາດຂອງພະຍາດໂຄວິດ.

ໃນລະຫວ່າງວັນທີ 5-7 ກໍລະກົດ, ຄະນະຜູ້ແທນລາວ ໄດ້ສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງວາງນາມ, ຊຶ່ງໄດ້ໄປຢ້ຽມຊົມກິດຈະກຳກຸ່ມປູກຜັກສະອາດ ໂດຍສະເພາະແມ່ນປູກຜັກຫອມປະເພດຕ່າງໆ ທີ່ສວນ ຈ່າ ເກວ້, ເມືອງໂຮຍອ່ານ ຊຶ່ງເປັນກຸ່ມການຜະລິດສວນຜັກທີ່ມີຊື່ສຽງໃນການປູກຜັກຫອມ ປະມານ 30 ຊະນິດ ທີ່ມີລົດຊາດດີ ແລະ ມີກິ່ນຫອມເປັນພິເສດ ແຕກຕ່າງຈາກທ້ອງຖິ່ນອື່ນໆ. ຫຼັງຈາກນັ້ນ ໄດ້ໄປຢຽມຢາມສະຫະກອນເບດສ ວັນ (Best One) ທີ່ບ້ານອານຟູ, ນະຄອນຕາມກີ່, ຊຶ່ງສະຫະກອນໄດ້ຜະລິດ ແລະ ປຸງແຕ່ງໝາກຍໍມາເປັນຜະລິດຕະພັນຕ່າງໆ ເຊັ່ນ ປ່ຽງໝາກຍໍແຫ້ງ, ນ້ຳໝາກຍໍ, ຊາໝາກຍໍ, ເມັດໝາກຍໍ, ໝາກຍໍດອງນ້ຳເຜິ້ງ ແລະ ອື່ນໆ; ໄດ້ເດີນທາງໄປຢ້ຽມຢາມເຂດຕໍ່ຕ້ານພາກໃຕ້ຂອງລາວ ແລະ ຫ້ອງບໍລິຫານວຽກງານຊາຍແດນຕອນໃຕ້ ພາກກາງຂອງຫວຽດນາມຕັ້ງຢູ່ເມືອງຝຸນິງ ແຂວງກວາງນາມ. ສະຖານທີ່ດັ່ງກ່າວເຄີຍເປັນແນວຫຼັງທີ່ປອດໄພໃຫ້ແກ່ກຳລັງປະກອບອາວຸດປະຕິວັດລາວ ແລະ ທະຫານອາສາສະໝັກຫວຽດນາມ ສະແດງເຖິງນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີແບບພິເສດ, ຄວາມບໍລິສຸດຜຸດພ່ອງສຸດກົກສຸດປາຍ ລະຫວ່າງສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃນການຕ້ານພວກລ່າເມືອງຂຶ້ນຝລັ່ງທີ່ເຂົ້າມາຮຸກຮານ; ໄດ້ໄປວາງພວງມາລາຢູ່ຕໍ່ໜ້າອານຸສອນແມ່ຫວຽດນາມວິລະຊົນ ແລະ ຢ້ຽມຢາມພິພິທະພັນທີ່ອານຸສອນດັ່ງກ່າວ. ສະຖານທີ່ນີ້ສ້າງຂຶ້ນເພື່ອຈາລຶກບຸນຄຸນ ແລະ ເຊີດຊູຕໍ່ການອຸທິດ ເສຍສະຫຼະອັນໃຫຍ່ຫຼວງຂອງບັນດາຜູ້ເປັນແມ່. ພ້ອມທັງເປັນບ່ອນໂຄສະນາ, ສຶກສາອົບຮົມມູນເຊື້ອ, ຈິດໃຈຮັກຊາດ, ຮັກຄວາມສັນຕິພາບຂອງບັນດາຮຸ້ນຄົນໃນສະໄໝກ່ອນ ກໍຄືຮຸ້ນປັດຈຸບັນແລະ ອະນາຄົດ; ຄະນະຜູ້ແທນລາວ ຍັງໄດ້ເດີນທາງໄປນະຄອນໂຮຍອ່ານເພື່ອຢ້ຽມຊົມບ້ານແພໄໝ ຊຶ່ງເປັນກິດຈະກໍາທີ່ຟື້ນຟູວິຊາຊີບການຕ່ຳຫູກທໍໄໝ, ການປູກມອນລ້ຽງມ້ອນທີ່ມີຊີວິດຊີວາ ທັງເປັນບ່ອນເກັບຮັກສາອຸປະກອນທີ່ເກົ່າແກ່ ທີ່ໃຊ້ໃນການຕ່ຳຫູກທໍໄໝຂອງແມ່ຍິງ. ພ້ອມນີ້ ກໍໄປຢ້ຽມຢາມກິດຈະກຳຂອງບໍລິສັດ ອິນທຣາໂກ (Intraco) ທີ່ເປັນຮູບແບບໃນການຜະລິດເຕົາປະຢັດ ແລະ ເຄື່ອງຕອງນໍ້າ ຢູ່ເມືອງເກີມອານ, ນະຄອນໂຮຍອ່ານ. ສຍ ແຂວງ ກວາງນາມ ໄດ້ຮ່ວມກັບບໍລິສັດດັ່ງກ່າວ ໃຫ້ການຊ່ວຍເຫຼືອລ້າ ແຈກຢາຍເຕົາປະຢັດ ແລະ ເຄື່ອງຕອງນ້ຳແກ່ຄອບຄົວທີ່ທຸກຍາກ ຫຼາຍກວ່າໜຶ່ງພັນຄອບຄົວໃນທົ່ວແຂວງ. ຈາກນັ້ນກໍໄດ້ໄປທ່ຽວຊົມຖະໜົນບູຮານໂຮຍອ່ານ ຊຶ່ງແມ່ນຕົວເມືອງບູຮານທີ່ນອນຢູ່ເຂດຕອນລຸ່ມແມ່ນ້ຳທູບົ່ນ. ຖະໜົນແຫ່ງນີ້ມີຊື່ສຽງ ແລະ ເປັນທີ່ຮູ້ຈັກກັນດີສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສິ່ງທີ່ເປັນເອກະລັກຂອງສະຖານທີ່ນີ້ແມ່ນສະຖາປັດຕະຍະກຳທີ່ເກົ່າແກ່ລຽບຕາມສອງຟາກທາງ, ວັດເກົ່າແກ່ ແລະ ຂົວເກົ່າຍີ່ປຸ່ນ.

ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງຄະນະບໍລິຫານງານ ສສຍລ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ, ສູນກາງສຍ ຫວຽດນາມ, ຄະນະພັກ ຄະນະນຳນະຄອນດາໜັງ ແລະ ແຂວງກວາງນາມ, ກໍຄື ສຍ ນະຄອນດາໜັງ, ສຍ ແຂວງກວາງນາມລວມເຖິງຄະນະນຳຂອງເມືອງລຽນຈ໋ຽວ, ນະຄອນດາໜັງ, ໄດ້ໃຫ້ການຕ້ອນຮັບ ແລະ ຈັດງານລ້ຽງໃຫ້ຄະນະຜູ້ແທນລາວຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມຮັກແພງ, ຄວາມສະໜິດສະໜົມ ແລະ ຄວາມສາມັກຄີແບບພິເສດ. ພ້ອມທັງພົບປະສັງສັນ,ແລກປ່ຽນການສະແດງສິລະປະຮ່ວມກັນດ້ວຍຄວາມເບີກບານມວນຊື່ນ.
ໂດຍ: ສີວິໄລ ພົມມີສຸກ