ໂທລະສັບ 021 316253

ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງແບບສອບຖາມຜົນກະທົບທາງສຸຂະພາບ ແລະ ເສດຖະກິດຈາກພະຍາດ

Jul 12, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງບໍລິຄໍາໄຊ

ວັນທີ 12 ກໍລະກົດ 2022 ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງແບບສອບຖາມຜົນກະທົບທາງສຸຂະພາບ ແລະ ເສດຖະກິດຈາກພະຍາດ ໂຄວິດ-19 ຕໍ່ແມ່ຍິງ ແລະ ຄອບຄົວ ທີ່ແຂວງບໍລິຄຳໄຊ, ໃຫ້ກຽດກ່າວເປີດພິທີ ແລະ ເປັນປະທານກອງປະຊຸມໂດຍ ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ, ມີຮອງປະທານ ສຍ ແຂວງ, ຄະນະ ສຍ ເມືອງອ້ອມຂ້າງແຂວງ ເຂົ້າຮ່ວມ 19 ທ່ານ. ໂອກາດດຽວກັນນີ້ ທ່ານຮອງປະທານ ສສຍລ ພ້ອມດ້ວຍຄະນະ ກໍໄດ້ໄປເລາະທ່ຽວຊົມງານເທດສະການອາຫານ, ວາງສະແດງສິນຄ້າ ແລະປະກວດອາຫານເອກະລັກຂອງແຂວງ ທີ່ ສຍ ແຂວງຈັດຂຶ້ນ ເພື່ອສົ່ງເສີມຜະລິດຕະພັນທີ່ເປັນເອກະລັກຂອງເອື້ອຍນ້ອງແມ່ຍິງພາຍໃນແຂວງອີກດ້ວຍ.