ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມຄູຝຶກກຸ່ມທ້ອນເງິນ

May 31, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ໃນຕອນບ່າຍວັນທີ 31 ພຶດສະພາ 2022 ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມຄູຝຶກກຸ່ມທ້ອນເງິນ ເພື່ອການປ່ຽນແປງ ທີ່ຫ້ອງປະຊຸມເມືອງບາຈຽງຈະເລີນສຸກ ໃຫ້ກຽດເປັນປະທານໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ມີຄະນະປະທານ ສຍ ແຂວງ, ສຍ ເມືອງມູນລະປະໂມກ, ເມືອງບາງຈຽງຈະເລີນສຸກ​ ແລະ ຂະແໜງການອ້ອມຂ້າງເຂົ້າຮ່ວມລວມ 8 ພາກສ່ວນຈຳນວນ 23 ທ່ານ ເປັນຍິງທັງໝົດ. ຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການເປັນຄູຝຶກ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງແຂວງ, ເມືອງ ແລະ ບ້ານ ເພື່ອນຳເອົາໄປເຜີຍແຜ່ໃຫ້ຊຸມຊົນໃນຂັ້ນຕໍ່ໄປ. ພ້ອມດຽວກັນນີ້ ທ່ານປະທານຄະນະບໍລິຫານງານ​ ສສຍລ​ ກໍໄດ້ໂອ້ລົມການນຳເມືອງບາຈຽງຈະລີນສຸກຕື່ມອີກ.