ໂທລະສັບ 021 316253

ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງພັກປະຊາຊົນ ປະຕິວັດລາວ

Mar 24, 2023 | ເດັ່ນ

ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງພັກປະຊາຊົນ ປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ (ໂດຍຫຍໍ້)
ພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ພາຍຫຼັງທີ່ໄດ້ສ້າງຕັ້ງວຂຶ້ນ ພັກໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນສູງຕໍ່ພາລະກໍາປະຫວັດສາດທີ່ຊາດໄດ້ມອບໝາຍໃຫ້ໄດ້ສືບຕໍ່ນໍາພາປວງຊົນລາວບັນດາເຜົ່າ ເຮັດການປະຕິວັດຕໍ່ສູ້ກັບສັດຕູຜູ້ຮຸກຮານຢ່າງລະອິດລະອ້ຽວ ໃນການນໍາພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງ ຊຶ່ງການກໍາເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ແມ່ນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດອັນສໍາຄັນຍິ່ງໃນວິວັດທະນາການຂອງຊາດລາວເຮົາ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ ທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວ ແຫ່ງການນໍາພາຊາດລາວກ້າວໄປສູ່ຄວາມເປັນເອກະລາດ ແລະ ສ້າງສາບ້ານເມືອງໄປສູ່ຄວາມວັດທະນາຖາວອນ. ພັກປະຊາຊົນ ປະຕິວັດລາວ ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກຄອມມູນິດຈີນ ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດພື້ນຖານໃນການເຄື່ອນໄຫວ; ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າ: “ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນອັນຜ່ອງໃສ”. ພັກໄດ້ນໍາພາປວງຊົນລາວຕໍ່ສູ້ຈົນໄດ້ຮັບໄຊຊະນະ. ພາຍຫຼັງປົດປ່ອຍປະເທດຊາດເປັນໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກເຮົາໄດ້ສືບຕໍ່ນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ໂດຍສຸມໃສ່ນໍາພາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກ ເພື່ອນໍາພາປະເທດຊາດອອກຈາກຄວາມດ້ອຍພັດທະນາ. ພັກປະຊາຊົນປະຕິວັດລາວປະກອບດ້ວຍບຸກຄົນທີ່ຕື່ນຕົວຫ້າວຫັນປະຕິວັດດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງໃຈສູງກວ່າໝູ່ໃນຊົນຊັ້ນກໍາມະກອນ, ຊາວກະສິກອນ, ຊົນຊັ້ນປັນຍາຊົນ ແລະ ຊາວຜູ້ອອກແຮງງານອື່ນໃນເຜົ່າຕ່າງໆ ຊຶ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພັກຢາກເຮັດຫຼ້ອນພາລະກໍາດັ່ງກ່າວ, ກ່ອນອື່ນໝົດຮຽກຮ້ອງໃຫ້ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກແຕ່ລະສະຫາຍໃນການປະຕິບັດໜ້າທທີ່ວຽກງານ ແລະ ການດຳລົງຊີວິດຢູ່ສະເໝີ. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ອຸດົມການ ແລະ ແນວທາງຂອງພັກຈະຖືກຕ້ອງປານໃດກໍຕາມ, ຖ້າຫາກສະມາຊິກພັກບໍ່ເປັນແບບຢ່າງໃນພາກປະຕິບັດ, ອິດທິພົນບົດບາດຂອງພັກຈະບໍ່ໄດ້ຮັບການເຊີດຊູ. ດັ່ງນັ້ນ, ການນຳພາທີ່ດີກວ່າໝູ່ ແມ່ນການນຳພາດ້ວຍຄວາມເປັນແບບຢ່າງ, ມີແຕ່ຄວາມເປັນແບບຢ່າງທີ່ດີຂອງສະມາຊິກພັກເທົ່ານັ້ນ ຈຶ່ງຈະເຮັດໃຫ້ພັກມີຄວາມເຂັ້ມແຂງ, ມີອິດທິພົນບົດບາດ ແລະ ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກມະຫາຊົນ.
ຕະຫຼອດໄລຍະ 68 ປີຜ່ານມາ ພັກປະຊາຊົນປະຕິວັດລາວໄດ້ນຳພາທົ່ວປວງຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ການແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນ ວັນທີ 2 ທັນວາ 1975 ແລະ ນໍາພາປວງຊົນລາວທັງຊາດສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ ອັນໄດ້ເຮັດໃຫ້ປະເທດຊາດ ແລະ ປະຊາ ຊົນມີຊີວິດການເປັນຢູ່ນັບດີຂຶ້ນ. ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ເປົ້າໝາຍສັນຕິພາບ, ເອກະລາດ, ເອກະພາບ, ວັດທະນາຖາວອນ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະຊາຊົນມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິ ປະໄຕຍຸຕິທໍາ ແລະ ສີວິໄລ; ປັບປຸງຕົວເອງຕາມທິດປອດໃສ, ເຂັ້ມແຂງຕະຫຼອດເວລາ; ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ທົ່ວກອງທັບ ທົ່ວປວງຊົນລາວທັງຊາດ ສາມາດຍາດໄດ້ໄຊ ຊະນະນີ້ໄປສູ່ໄຊຊະນະໃໝ່ ສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວໃນເງື່ອນໄຂປ່ຽນແປງໃໝ່, ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບຕ່າງໆ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ ດ້ວຍການຍູ້ແຮງການຫັນເປັນອຸດສາຫະກໍາຫັນເປັນທັນສະໄໝ ເຊິ່ງແມ່ນພາລະກໍາປະຫວັດສາດອັນໃຫຍ່ຫຼວງ, ຮອບ ດ້ານ, ໜັກໜ່ວງ ແລະ ທັງແມ່ນຈຸດໝາຍຍາວນານຂອງພັກເຮົາ ທີ່ຕ້ອງບັນລຸໃຫ້ປະກົດຜົນເປັນຈິງ.
ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!