ກອງປະຊຸມແນະນໍາມາດຕະຖານດໍາເນີນການຊ່ວຍເຫຼືອດ້ານຍຸຕິທໍາ ແລະ ຕໍາຫຼວດສໍາລັບຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ

Jul 26, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ວັນທີ 26 ກໍລະກົດ 2022 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ຮອງປະທານຜູ້ປະຈໍາການ ຄຊກມດ ແລະ ທ່ານ ນາງ ຣີກາດາ ຣິເກີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາ ສປປ ລາວ(UNDP); ມີຕາງໜ້າຈາກຫ້ອງການກອງເລຂາ ຄຊກມດ, ກົມ, ສູນ ຂອງ ສສຍລ, ກະຊວງຍຸຕິທໍາ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ທີມງານຈາກອົງການ UNDP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ 34 ຄົນ (ຍິງ 24, ຊາຍ ???? ແລະ ແບບລະບົບອອນລາຍ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີມາດຕະຖານດໍາເນີນການຊ່ວຍເຫຼືອດ້ານຍຸຕິທໍາ ແລະ ຕໍາຫຼວດ ສໍາລັບຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ, ຂັ້ນຕອນໃນການຮ່າງມາດຕະຖານດໍາເນີນການຊ່ວຍເຫຼືອ, ພາບລວມອົງປະກອບຂອງມາດຖານດໍາເນີນການຊ່ວຍເຫຼືອຕ່າງໆ ພ້ອມທັງການຄົ້ນຄວ້າເປັນກຸ່ມ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈແຈ້ງເຖິງມາດຕະຖານຂັ້ນຕອນການປະຕິບັດງານ, ເຂົ້າໃຈຂັ້ນຕອນໃນການຮ່າງມາດຕະການ, ອົງປະກອບຂອງມາດຕະຖານຂັ້ນຕອນການປະຕິບັດງານ, ຄວາມພ້ອມໃນການຮ່າງມາດຕະຖານຂັ້ນຕອນການປະຕິບັດງານ ສໍາລັບການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດຂອງຂະແໜງຍຸຕິທໍາ ທັງໝົດນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງທຸກພາກສ່ວນທີ່ເຂົ້າຮ່ວມ ມີການປະສານສົມທົບກັນຢ່າງສອດຄ່ອງ, ເປັນລະບົບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອດ້ານຍຸຕິທໍາ ແລະ ຕໍາຫຼວດສໍາລັບຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງ ມີປະສິດທິພາບຍິ່ງໆຂຶ້ນໃນອະນາຄົດ.