ກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023

Feb 23, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 7-8 ກຸມພາ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້; ມີບັນດາຮອງປະທານກໍາມາທິການຈາກສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ ແລະ ທຽບເທົ່າ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ; ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມໂດຍ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ: ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 2021-2023; ນຳສະເໜີກ່ຽວກັບ: ແນະນໍາບັນດາໂຄງການ, ນະໂຍບາຍສົ່ງເສີມການລ້ຽງສັດ-ສັດນໍ້າ ແລະ ມາດຕະຖານເງື່ອນໄຂສົ່ງອອກງົວໄປ ສປ ຈີນ, ການຄຸ້ມຄອງໂຮງງານອາຫານສັດ-ໂຮງຂ້າສັດ; ມາດຖານເງື່ອນໄຂການສົ່ງອອກພືດ ແລະ ຜະລິດຕະພັນພືດ, ການຄຸ້ມຄອງໂຮງງານປຸງແຕ່ງພືດ; ການແນະນຳບາງມາດຕາຂອງນິຕິກຳ ກ່ຽວກັບການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ໂຮງງານປຸງແຕ່ງໄມ້-ເຄື່ອງປ່າຂອງດົງ; ການຈັດຕັ້ງປະຕິບັດວຽກງານກວດກາປ່າໄມ້ ແລະ ຊັບພະຍາກອນປ່າໄມ້; ການຜັນຂະຫຍາຍຜົນສຳເລັດກອງປະຊຸມ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ, ຄຳສັ່ງ 097/ກມສພ, ດຳລັດ 348/ລບ, ຕົວເລກຄາດໝາຍກ່ຽວກັບການພັດທະນາຊົນນະບົດ; ການກຳນົດແບ່ງເຂດຜະລິດກະສິກຳ ແລະ ການຄຸ້ມຄອງໂຮງງານຝຸ່ນ; ການຄຸ້ມຄອງນຳໃຊ້ຊົນລະປະທານ, ການສະໜອງນໍ້າຊົນລະປະທານ ຢູ່ໃນເຂດຈຸດສຸມການຜະລິດເປັນສິນຄ້າ; ຜົນການຄົ້ນຄວ້າ ແລະ ການສະໜອງແນວພັນ; ການຈັດຕັ້ງກຸ່ມການຜະລິດເພື່ອເປັນສິນຄ້າ ແລະ ສະໜອງວັດຖຸດິບໃຫ້ໂຮງງານປຸງແຕ່ງ; ຜົນການຄົ້ນຄວ້າດ້ານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ; ການຄຸ້ມຄອງພະນັກງານ ແລະ ການຫັນພະນັກງານລົງສູ່ຮາກຖານການຜະລິດ ສູນ, ສະຖານີ, 3 ປະເພດປ່າ; ການຊຸກຍູ້ສົ່ງເສີມການລົງທຶນ, ການຄຸ້ມຄອງໂຄງການຮ່ວມມືກັບຕ່າງປະເທດ, ການຄຸ້ມຄອງລະບົບຂໍ້ມູນສະຖິຕິ; ການຈັດຕັ້ງປະຕິບັດວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້; ຂະບວນການກະກຽມຜະລິດສິນຄ້າກະສິກໍາ ເພື່ອສົ່ງອອກໄປຕ່າງປະເທດ; ບົດຮຽນການຜະລິດເຂົ້າເປັນສິນຄ້າເພື່ອສົ່ງອອກ; ບົດຮຽນການສົ່ງເສີມຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ; ການສົ່ງເສີມການລ້ຽງສັດເປັນສິນຄ້າ; ການສົ່ງເສີມການປູກໄມ້ເປັນສິນຄ້າ; ການສ້າງຕັ້ງກຸ່ມ ແລະ ສະຫະກອນ. ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວຕື່ມອີກ.