ກອງປະຊຸມສະຫຼຸບບົດຮຽນການຈັດຕັ້ງປະຕິບັດກິດຈະກຳທົດລອງພາຍໃຕ້ ແຜນງານຮັກລູກໃຫ້ໃສ່ໃຈ

Jun 2, 2023 | ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສະຫຼຸບບົດຮຽນການຈັດຕັ້ງປະຕິບັດກິດຈະກຳທົດລອງພາຍໃຕ້ ແຜນງານຮັກລູກໃຫ້ໃສ່ໃຈ ຈັດຂຶ້ນໃນວັນທີ 29 ພຶດສະພາ 2023 ທີ່ເມືອງຜາອຸດົມ, ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ສູນທອນ ວັນສະຫວ່າງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນເມືອງຜາອຸດົມ, ເຂົ້າຮ່ວມມີ ທ່ານ ນ. ຈັນສອນ ວົງຄຳຈັນ ຮອງປະທານ ສຍ ແຂວງບໍ່ແກ້ວ, ທ່ານ ນ. ວັນມະນີ ດິດຕະພົງ ຮອງຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການອຸຍນີເຊັບ (UNICEF), ຄູຝຶກແຜນງານຮັກລູກໃຫ້ໃສ່ໃຈຂັ້ນສູນກາງ, ແຂວງ, ເມືອງ, ສະມາຊິກແຜນງານຂັ້ນບ້ານທີ່ຢູ່ໃກ້ເທດສະບານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການລາຍງານຜົນໄດ້ຮັບ, ດ້ານດີ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳໃນເດືອນທີ 02-06 ເປັນຕົ້ນ ກິດຈະກຳຢູ່ຊຸມຊົນ, ໂຮງໝໍນ້ອຍ, ໂຮງຮຽນປະຖົມ ແລະ ການລົງຢ້ຽມຢາມຄົວເຮືອນ ຂອງບັນດາກຸ່ມບ້ານຂອງເມືອງຜາອຸດົມ, ຊຶ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນ, ປຶກສາຫາລື ເພື່ອເປັນທິດທາງໃນການແກ້ໄຂຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມທັງສຸມໃສ່ປ້ອນຂໍ້ມູນທີ່ເກັບກຳແລ້ວນັ້ນ ລົງໃນລະບົບອອນລາຍ ແລະ ຮ່ວມກັນປະຕິບັດແຜນວຽກທີ່ວາງໄວ້ໃຫ້ບັນລຸຕາມຄາດໝາຍ.