ກອງປະຊຸມປຶກສາຫາລືແລກປ່ຽນລະຫວ່າງກະຊວງແມ່ຍິງປະເທດກຳປູເຈຍ ແລະ ສູນກາງສະຫະພັນແມ່ຍິງລາວ

Mar 30, 2023 | ຂ່າວສານ ແລະ ກິດຈະກຳ

ໃນວາລະຂອງກອງປະຊຸມປຶກສາຫາລືແລກປ່ຽນລະຫວ່າງກະຊວງແມ່ຍິງປະເທດກຳປູເຈຍ ແລະ ສູນກາງສະຫະພັນແມ່ຍິງລາວ ກ່ຽວກັບການສົ່ງເສີມເສດຖະກິດ,​ ວຽກງານດູແລ ແລະ ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ຄັ້ງວັນ​ທີ 28 ມີນາ 2023, ຄະນະຜູ້ແທນຂັ້ນສູງຂອງ ສສຍລ ແລະ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການແລກປ່ຽນປະສົບການໃນການເປັນປະທານຄະນະກຳມາທິການແມ່ຍິງອາຊຽນ (ACW) ໃນປີ 2022 ແລະ ການສົ່ງເສີມເສດຖະກິດໃນວຽກງານດູແລເບິ່ງແຍງ ແລະ ການສ້າງຄວາມເຂັ້ມແຂງໃນການປົກປ້ອງທາງສັງຄົມ ລະດັບຊາດຂອງກຳປູເຈຍ ຈາກ ທ່ານ ປອ ນ. ແສງພອນ ດາວິນ ຮອງຫົວໜ້າກົມຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາເສດຖະກິດ, ກະຊວງແມ່ຍິງປະເທດກຳປູເຈຍ. ໂອກາດນີ້ ທ່ານ ປອ ນ. ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ ກໍໄດ້ນຳສະເໜີກ່ຽວກັບພາລະບົດບາດໜ້າທີ່ຂອງສະຫະພັນແມ່ຍິງລາວ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດ, ພ້ອມທັງ ນຳສະເໜີສະພາບລວມຂອງວຽກງານການດູແລເບິ່ງແຍງ ແລະ ການປົກປ້ອງທາງສັງຄົມ ຢູ່ ສປປລາວ.