loader image

ໃນໄລຍະເດືອນພຶດສະພານີ້ ຮາກຖານສະຫະພັນແມ່ຍິງ ທີ່ຂຶ້ນກັບຫ້ອງກາສະຫະພັນແມ່ຍິງກອງທັບ

May 18, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ ເປັນຕົ້ນ: ຕອນເຊົ້າຂອງ ວັນທີ 16 ພຶດສະພາ 2022 ຂຶ້ນຢູ່ 2 ຈຸດຄື:
– ຈຸດທີ 1 ຢູ່ສະໂມສອນກອງພັນໃຫຍ່ 645 ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທິມງານ, ເຂົ້າຮ່ວມມີທ່ານ ພັນໂທ ຄໍາຜາຍ ເຄນນະຄອນ ຄະນະພັກ ຫົວໜ້າຫ້ອງການເມືອງ ກອງພັນໃຫຍ່ 645, ຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດຈໍານວນ 74 ສະຫາຍ, ຊາຍ 10 ສະຫາຍ.
– ຈຸດທີ 2 ຢູ່ສະໂມສອນຂະແໜງສະຫະພັນແມ່ຍິງກອງພັນໃຫຍ່ ທີ 643 ພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍທີມງານ, ເຈົ້າຮ່ວມມີທ່ານ ພັທ ບຸນມີ ດວງມະນີຈັນ ເລຂາຄະນະພັກຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 85 ສະຫາຍ, ຊາຍ 11 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).