ໂທລະສັບ 021 316253

ໃນວາລະສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການລົງທະບຽນຢັ້ງຢຶນການແຕ່ງດອງ ແລະ ການແຕ່ງດອງກ່ອນໄວອັນຄວນ

Jul 22, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ຄໍລຳ, ສູນກາງ, ແມ່ຍິງ 5 ທະວີບ

ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສສຍລ, ມີຕາງໜ້າ ສສຍລ, ອົງການຈັດຕັ້ງສາກົນ ແລະ ແຂກຖຶກເຊີນເຂົ້າຮ່ວມ. ນໍາພາສົນທະນາໂດຍ ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ເວທີສົນທະນາໄດ້ສົນທະນາໃນຫຼາຍຫົວຂໍ້ທີ່ສໍາຄັນຄື:
1. ທ່ານ ໄຟໂລດ ທໍາມະຊາດ, ຫົວໜ້າພະແນກທະບຽນຄອບຄົວ, ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ນໍາສະເໜີໃນຫົວຂໍ້: ການລົງທະບຽນການແຕ່ງດອງ.
2. ທ່ານ ນາງ ວິໄລວັນ ບຸບຜານຸວົງ ຮອງຫົວໜ້າຫ້ອງການ ຄຊກມດ ນໍາສະເໜີໃນຫົວຂໍ້: ການສຶກສາຄົ້ນຄວ້າ ກ່ຽວກັບການແຕ່ງດອງກ່ອນໄວ ແລະ ການຖືພາຂອງເດັກຢູ່ ສປປ ລາວ.
3. ທ່ານ ໂອລົດ ແສນອາສາ ຜູ້ຮັບຜິດຊອບແຜນງານເພດສຶກສາ, ອົງການ UNFPA ນໍາສະເໜີໃນຫົວຂໍ້: ບັນຫາສາຍເຫດ ແລະ ວິທີແກ້ໄຂການແຕ່ງງານ ແລະ ຖືພາກ່ອນໄວ.
4. ທ່ານ ນາງ ວິພາວີ ສິນພິທັກສະກຸນ ທີ່ປຶກສາດ້ານການປົກປ້ອງເດັກ ແລະ ໄວໜຸ່ມ ອົງການ UNICEF ນໍາສະເໜີໃນຫົວຂໍ້: ບັນຫາສາຍເຫດ ແລະ ວິທີແກ້ໄຂການແຕ່ງງານກ່ອນໄວ ໃນແຂວງອັດຕະປື.
5. ທ່ານ ນາງ ສົມໄໝ ອິນຕະວົງ ຜູ້ຈັດການວຽກງານສຸຂະພາບ ອົງການ Care International ແລກປ່ຽນບົດຮຽນຈາກ ໂຄງການປັງປຸງສຸຂະພາບຈະເລີນພັນທາງເພດໂດຍຜ່ານການຫຼຸດຜ່ອນ ການແຕ່ງງານກ່ອນໄວ ຢູ່ແຂວງເຊກອງ.
6. ທ່ານ ນາງ ກິ່ນມາລາ ພົມມະຈັກ ຄູຝຶກບົດບາດຍິງ-ຊາຍ ສະມາຄົມ GDA ແລະ ທ່ານ ນາງ ມະນີວັນ ເພັດສະລາດ ຫົວໜ້າໂຄງການໄວໜຸ່ມ ແຂວງອຸດົມໄຊ,​ ອົງການ Plan International ນໍາສະເໜີໃນຫົວຂໍ້: ການສຶກສາຄົ້ນຄວ້າບັນດາປັດໃຈທີ່ສົ່ງຜົນແກ່ການແຕ່ງງານກ່ອນໄວ.