ໂທລະສັບ 021 316253

ໃນວັນທີ 19 ພຶດສະພາ 2022, ສູນອົບຮົມແມ່ຍິງລາວ ສຍຍລ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານສະຖາບັນການເງິນຈຸລະພາກ

May 19, 2022 | ຂ່າວສານ ແລະ ກິດຈະກຳ

ໂດຍການເປັນປະທານຂອງ ທ່ານ ນ. ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ເປັນປະທານຮ່ວມຂອງ ທ່ານ. ນ. ຄໍາຜິວ ພັນທະວົງ ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ, ທ່ານ ຄໍາຜາຍ ແກ້ວບົວ ຮອງເລຂາຄະນະພັກ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ອົງການມະຫາຊົນ ເມືອງໄຊຍະບູລີ, ມີຄະນະປະທານ ສຍ ແຂວງ, ຄະນະປະທານ ສຍ ເມືອງ, ນາຍບ້ານ, ສະຫະພັນແມ່ຍິງບ້ານ ຈໍານວນ 25 ບ້ານ ເຂົ້າຮ່ວມທັງມົດ 63 ທ່ານ, ເປັນຍິງ 51ຄົນ, ຊາຍ 12ຄົນ.