loader image

ວັນທີ 13 ກໍລະກົດນີ້ ທີ່ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ຄະນະນໍາຈາກສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາ

Jul 13, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ສູນກາງ, ນະຄອນຫຼວງວຽງຈັນ

ໃນວັນທີ 13 ກໍລະກົດນີ້ ທີ່ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ຄະນະນໍາຈາກສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ນໍາພາພິທີໃນຄັ້ງນີ້ ໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ພ້ອມດ້ວຍຄະນະປະທານ, ຫົວໜ້າຫ້ອງການ, ກົມ, ຮອງກົມ ຊຶ່ງເນື້ອໃນການເຊັນປຶ້ມໄວ້ອາໄລມີຄື: “ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງຕໍ່ການຈາກໄປຢ່າງກະທັນຫັນຂອງ ພະນະທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ, ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈມາຍັງ ລັດຖະບານຍີ່ປຸ່ນ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ”.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານ ຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ.