ໂທລະສັບ 021 316253

ໃນວັນທີ 12 ກໍລະກົດ 2022, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການ UNDP ແລະ UNFPA ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ

Jul 13, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ສູນກາງ

ໃນວັນທີ 12 ກໍລະກົດ 2022, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການ UNDP ແລະ UNFPA ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບ ຊີ້ນຳໂຄງການ “ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງເພື່ອເຊື່ອມສານຄວາມສະເໝີພາບຍິງ-ຊາຍ ເຂົ້າໃນແຜນພັດທະນາ ຂອງ ສປປ ລາວ ທີ່ ຫ້ອງການ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ໃຫ້ກຽດກ່າວເປີດ ແລະ ເປັນປະທານກອງປະຊຸມໂດຍ ທ່ານ ນ. ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ປະທານຮ່ວມ ຂອງ ທ່ານ ນ. ຣິກາດາ ຣິເຈີ, ຜູ້ຕາງໜ້າ ອົງການ UNDP ແລະ ທ່ານ ນ. ມາຣຽມ ເອ ຄານ, ຜູ້ຕາງໜ້າ ອົງການ UNFPA ເພື່ອລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງໂຄງການ ໃນໄລຍະຜ່ານມາ, ຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າ. ຊຶ່ງມີຜູ້ເຂົ້າຮ່ວມຈາກ ອົງການ KOICA, UNDP, UNFPA ປະຈໍາ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ຄະນະຮັບຜິດຊອບໂຄງການ P-EVAW ແລະ ຫ້ອງການ, ກົມ, ສູນ ຂອງສູນກາງສະຫະພັນແມ່ຍິງລາວ.