ພ້ອມຄະນະ ທັງໝົດ 10 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການຕາມການເຊື້ອເຊີນຂອງສະຫະພັນແມ່ຍິງຫວຽດນາມ. ໃຫ້ການຕ້ອນຮັບຄະນະຜູ້ແທນລາວ ຢູ່ທີ່ດ່ານນາມຢາງ, ແຂວງກວາງນາມ, ສສ ຫວຽດນາມ ໂດຍ ທ່ານນາງ ເຈີນ ລ່ານ ເຟື່ອງ ຮອງປະທານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມຄະນະ ແລະ ຕ້ອນຮັບຄະນະຜູ້ແທນຢູ່ນະຄອນດາໜັງ ໂດຍ ທ່ານ ສຸພັນ ຫາດາວເຮືອງ ກົງສູນໃຫຍ່ແຫ່ງ ສປປລາວ ທີ່ນະຄອນດາໜັງ ແລະ ພັນລະຍາ, ພ້ອມດ້ວຍ ທ່ານປະທານ ສຍ ນະຄອນດາໜັງ ແລະ ຮອງຫົວຫນ້າພະແນກການຕ່າງປະເທດ ນະຄອນດາໜັງ.
ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ນຳພາໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ
